• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ຈັດວາງຄຳສັ່ງໄອຍະການເສິກຢູ່ແຂວງ ນະຣາທິວັດ, ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນ

ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.
ປ້ຳນ້ຳມັນ PTT ເກີດອັກຄີໄພ ໃນລະຫວ່າງການບຸກໂຈມຕີຫຼາຍຄັ້ງ ຢູ່ແຂວງພາກໃຕ້ຂອງໄທ ໃນເຊົ້າມືດຂອງວັນທີ 11 ມັງກອນ 2026. ພາບ: The Nation

ພາຍຫຼັງເກີດເຫດວາງສະເບີດ ແລະ ຈຸດເຜົາ, ທຳລາຍຢ່າງລຽນຕິດຢູ່ບັນດາແຂວງທາງພາກໃຕ້ຂອງ ໄທ ໃນວັນທີ 11 ມັງກອນ, ກອງທັບ ໄທ ໄດ້ຈັດວາງຄຳສັ່ງໄອຍະການເສິກຢູ່ແຂວງ ນະຣາທິວັດ, ພ້ອມກັນນັ້ນ ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນກັບ ມາເລເຊຍ. ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.

        ພ້ອມກັນນັ້ນ, ຜູ້ບັນຊາການທະຫານເຂດ 4 ໄດ້ຊີ້ນຳບັນດາກົມກອງກຽມພ້ອມສູ້ຮົບ 24 ຊົ່ວໂມງໃນ 7 ມື້ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບຢ່າງສຸດຂີດຢູ່ບັນດາເຂດຊາຍແດນທາງພາກໃຕ້. ຕາມນັ້ນແລ້ວ, ປະຊາຊົນ, ພາຫະນະ ແລະ ສິນຄ້າໄປມາຜ່ານແດນ ໄທ - ມາເລເຊຍ ຕ້ອງປະຕິບັດຂັ້ນຕອນກວດກາຢ່າງເຄັ່ງຄັດ; ຈັດວາງສຳລັບພົນລະເມືອງຂອງ ໄທ, ຊາວຕ່າງປະເທດ ແລະ ທຸກຮູບແບບແລກປ່ຽນດ້ານການຄ້າຜ່ານຊາຍແດນ.

        ຕີລາຄາໃນເບື້ອງຕົ້ນຂອງອົງການປ້ອງກັນຄວາມສະຫງົບຊີ້ໃຫ້ເຫັນວ່າ ບັນດາເຫດວາງລະເບີດ ແລະ ຈຸດເຜົາ, ທຳລາຍໃນຮຸ່ງເຊົ້າວັນທີ 11 ມັງກອນ ອາດຈະແມ່ນການສົ່ງສານກ່ຽວຂ້ອງເຖິງການເລືອກຕັ້ງຂັ້ນທ້ອງຖິ່ນ, ຍິ່ງກວ່າແມ່ນການເຄື່ອນໄຫວກໍການຮ້າຍ ແນໃສ່ກໍ່ຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນ​ໄຫວ ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ ປີ 2026 ດ້ວຍສານ ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.

Top