ໃນສຽງບົດເພງທີ່ມີຊື່ສຽງ “Hello Viet Nam” ແລະ “ຈຳປາເມືອງລາວ”, ບັນດານັກສິລະປິນໂຮງລະຄອນຟ້ອນຕຸກກະຕານ້ຳ ຫວຽດນາມ ໄດ້ບັນຊາບັນດາຕົວຕຸກກະຕານ້ຳຢ່າງຄ່ອງແຄ້ວ ແລະ ມີຊີວິດຊີວາຕາມບັນດາວາດຟ້ອນທີ່ເປັນມູນເຊື້ອຂອງປະຊາຊົນລາວ ບັນດາເຜົ່າ, ອັນໄດ້ສ້າງຄວາມຮູ້ສຶກທີ່ຫຼາກຫຼາຍໃນໃຈຜູ້ຊົມ.
ເອື້ອຍ ສົມໄພວອນ ລິໄລພອນ - ນະຄອນຫຼວງ ວຽງຈັນ, ລາວ ໄດ້ມີຄວາມປະທັບໃຈຕໍ່ລາຍການສະແດງຟ້ອນຕຸກກະຕານ້ຳ ກໍຄືບັນດາລາຍການສະແດງດົນຕີພື້ນເມືອງຂອງ ຫວຽດນາມ. ຜ່ານນັ້ນ ກໍ່ຄຳນຶງໄດ້ເຖິງຈຸດຄວາມງາມທາງດ້ານວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ທີ່ເປັນມິດສະໜິດສະໜົມ, ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍຄວາມຄາດຫວັງພັດທະນາ. ເອື້ອຍແບ່ງປັນວ່າ:
“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າເບິ່ງຕຸກກະຕານ້ຳ, ຂ້າພະເຈົ້າປະທັບໃຈຫຼາຍ. ມັນບໍ່ພຽງແຕ່ເປັນການສະແດງເທົ່ານັ້ນ, ຫາກຍັງໝາຍເຖິງວິຖີຊີວິດຂອງຊາວ ຫວຽດນາມ. ການສະແດງທີ່ປະທັບໃຈທີ່ສຸດ ແມ່ນການສະແດງກ່ຽວກັບສາຍພົວພັນລະຫວ່າງ ລາວ - ຫວຽດນາມ, ເຊິ່ງໄດ້ເອົາທັງເພງລາວ ແລະ ເພງ ຫວຽດນາມ ມາສະແດງສະຫຼັບຄູ່ກັນ, ປະທັບໃຈຫຼາຍ.”
ດ້ວຍຫົວຂໍ້ “ສີສັນ ຫວຽດນາມ”, ບັນດາລາຍການຟ້ອນຕຸກກະຕາ ແລະ ຟ້ອນຕຸກກະຕານ້ຳ ທີ່ເປັນເອກະລັກ ໂດຍບັນດານັກສິລະປິນ ໂຮງລະຄອນຟ້ອນຕຸກກະຕາ ຫວຽດນາມ ສະແດງນັ້ນ ໄດ້ຊ່ວຍໃຫ້ຜູ້ຊົມຊາວລາວ ແລະ ເພື່ອນມິດສາກົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຫວຽດນາມ ທີ່ໄດ້ຫຼໍ່ຫຼອມກັນມາຜ່ານປະຫວັດສາດຫຼາຍພັນປີ.
ທ່ານ ບົວເງິນ ຊາພູວົງ - ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ (ກະຊວງວັດທະນະທຳ ແລະ ການທ່ອງທ່ຽວລາວ ປັດຈຸບັນ) ໃຫ້ຮູ້ວ່າ:
“ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າ ບັນດາລາຍການສະແດງໂດດເດັ່ນຫຼາຍ, ພິເສດແມ່ນການຟ້ອນຕຸກກະຕານ້ຳ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ ກໍຄືຜູ້ຊົມລາວ”.
ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ສືບຕໍ່ໄດ້ດຳເນີນຮອດວັນທີ 16 ພຶດສະພາ ຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ສະຫວັນນະເຂດ, ໃນນັ້ນ ມີລາຍການໜຶ່ງທີ່ໄດ້ຈັດໃຫ້ສະເພາະປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ນະຄອນຫຼວງ ວຽງຈັນ. ບັນດາກິດຈະກຳໃນຂອບເຂດຂອງລາຍການໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ; ພ້ອມທັງປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ./.









