• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ພິທີໄຂໄດ້ເລີ່ມຂຶ້ນດ້ວຍລາຍການສະແດງສິລະປະ ທີ່ແກ່ຍາວເປັນເວລາ 90 ນາທີ, ປະສົມປະສານຢ່າງກົມກ່ຽວລະຫວ່າງລັກສະນະປະເພນີກັບທັນສະໄໝ, ສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ຈິດໃຈບໍ່ຍອມຈຳນົນຂອງຊາວ ດ້ຽນບຽນ.
ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ກ່າວຄຳເຫັນທີ່ພິທີໄຂ

ງານບຸນດອກບານປີ 2025 ແລະ ວັນບຸນວັດທະນະທໍາ, ກິລາ ທ່ອງທ່ຽວບັນນດາເຜົ່າແຂວງ ດ້ຽນບຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 14 ມີນາ, ຢູ່ສະໜາມກິລາແຂວງ ດ້ຽນບຽນ. ດ້ວຍຫົວຂໍ້ “ດ້ຽນບຽນ - ສີສັນດອກບານງົດງາມ”, ເຫດການເພື່ອແນໃສ່ປະກອບສ່ວນໂຄສະນາການທ່ອງທ່ຽວ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

  ພິທີໄຂໄດ້ເລີ່ມຂຶ້ນດ້ວຍລາຍການສະແດງສິລະປະ ທີ່ແກ່ຍາວເປັນເວລາ 90 ນາທີ, ປະສົມປະສານຢ່າງກົມກ່ຽວລະຫວ່າງລັກສະນະປະເພນີກັບທັນສະໄໝ, ສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ຈິດໃຈບໍ່ຍອມຈຳນົນຂອງຊາວ ດ້ຽນບຽນ.

ເມື່ອກ່າວຄຳເຫັນໄຂພິທີ, ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ເນັ້ນໜັກວ່າ ດ້ຽນບຽນ ມີກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ຍ້ອນມໍລະດົກປະຫວັດສາດເທົ່ານັ້ນ ຫາກຍັງມີສີສັນວັດທະນະທຳບັນດາເຜົ່າທີ່ເປັນເອກະລັກອີກດ້ວຍ. ໃນໄລຍະຈະມາເຖິງ, ດ້ຽນບຽນ ຕ້ອງສືບຕໍ່ຂຸດຄົ້ນທ່າໄດ້ປຽບດັ່ງກ່າວຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນຮັກສາງານບຸນດອກບານ; ຊຸກຍູ້ການທ່ອງທ່ຽວສີຂຽວ, ຍືນຍົງ, ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ:

   “ທາງແຂວງພັດທະນາການທ່ອງທ່ຽວຕາມທິດມີຄຸນນະພາບ, ປະສິດທິຜົນ, ເພີ່ມທະວີການແລກປ່ຽນວັດທະນະທຳລະຫວ່າງວົງຄະນະຍາດບັນດາເຜົ່າແຂວງ ດ້ຽນບຽນ ກັບບັນດາເຜົ່າໃນເຂດ ກໍຄືໃນທົ່ວປະເທດ. ລະດົມທຸກແຫຼ່ງກໍາລັງ, ສົ່ງເສີມການເຂົ້າຮ່ວມຂອງວິສາຫະກິດ, ນັກລົງທຶນເຂົ້າໃນບັນດາຂົງເຂດການບໍລິກການ, ພັດທະນາພື້ນຖານໂຄງລ່າງ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top