ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເປັນປະທານກອງປະຊຸມ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າເນື້ອໃນກອງປະຊຸມຕ້ອງແກ້ໄຂຫຼາຍຢ່າງ, ໃນວົງກວ້າງ, ຍາກທີ່ສຸດ, ລ້ວນແຕ່ແມ່ນວຽກງານຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າ. ໃນນັ້ນ, ກອງປະຊຸມຈະປຶກສາຫາລືກ່ຽວກັບໂຄງການດຳເນີນງານທັງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIV, ກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ; ຂໍ້ກຳນົດປະຕິບັດຕາມຂໍ້ກຳນົດຂອງພັກ; ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດລະບຽບວິໄນ; ກົດລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກ… ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ:
ກອງປະຊຸມຄັ້ງນີ້ພິຈາລະນາ, ປຶກສາຫາລືແລະ ຕັດສິນຫຼາຍເນື້ອໃນສຳຄັນພິເສດ, ມີຄວາມໝາຍພື້ນຖານຕໍ່ໜ້າທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງມີໄຊ, ກ່ຽວຂ້ອງໂດຍກົງເຖິງຄຸນນະພາບຂອງການນຳພາ, ກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ; ກ່ຽວກັບຜົນບັງຄັບໃຊ້, ປະສິດທິຜົນໃນການເຄື່ອນໄຫວຂອງທົ່ວລະບົບການເມືອງ, ກ່ຽວກັບການພັດທະນາໂດຍໄວ, ຍືນຍົງຂອງປະເທດຊາດໃນໄລຍະ 2026 – 2031 ແລະ ຊຸມປີຕໍ່ໄປ.
ຄາດວ່າກອງປະຊຸມເຮັດວຽກຮອດວັນທີ 27 ມີນາ 2026ເຊິ່ງອັດລົງ.









