• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມສາ​ກົນ​ ຄະ​ນະ​ກຳ​ມາທິ​ການ​ແມ່​ນ້ຳ​ຂ​ອງ

ກອງປະຊຸມສາກົນຄະນະກຳມາທິການແມ່ນ້ຳຂອງ ຄັ້ງທີ 4 ດ້ວຍຫົວຂໍ້ “ປ່ຽນແປງໃໝ່ ແລະ ຮ່ວມມື ເພື່ອຮັບປະກັນຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ ແລະ ການພັດທະນາແບບຍືນຍົງຂອງເຂດອ່າງແມ່ນ້ຳຂອງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 02 ເມສາ ຢູ່ນະຄອນຫຼວງ ວຽງຈັນ.
ກອງປະຊຸມສາກົນ ຄະນະກຳມາທິການແມ່ນ້ຳຂອງ

ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາວ; ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ ສາກົນ (MRC); ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ ຂອງ 4 ປະເທດ MRC ເຊິ່ງລວມມີ ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ; ພ້ອມດ້ວຍນັກຊ່ຽວຊານກວ່າ 600 ທ່ານ ໃນພາກພື້ນ ແລະ ທົ່ວໂລກ ໃນບັນດາຂົງເຂດຊັບພະຍາກອນນ້ຳ ແລະ ແຫຼ່ງຊັບພະຍາກອນທຳມະຊາດອື່ນໆທີ່ກ່ຽວຂ້ອງ, ພະລັງງານ, ສະບຽງອາຫານ, ຄົມມະນາຄົມ, ການຄຸ້ມຄອງເຂດອ່າງແມ່ນ້ຳ...

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ເມສາ, ກອງປະຊຸມຈະສະເໜີ ແລະ ປຶກສາຫາລືກ່ຽວກັບຂໍ້ມູນທີ່ໄດ້ອັບເດດຫຼ້າສຸດ, ບັນດາມາດຕະການທີ່ມີຫົວຄິດປະດິດສ້າງທີ່ສຸດ ເຊິ່ງປິ່ນອ້ອມບັນຫາແມ່ນ້ຳຂອງ ແລະ ເຂດອ່າງແມ່ນ້ຳຂອງອື່ນໆ. ໝາກຜົນຂອງກອງປະຊຸມຄັ້ງນີ້ ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດ MRC ເຊິ່ງຈະດຳເນີນໃນວັນທີ 4 – 5 ເມສາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top