• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສເສດຖະກິດຝ່າຍຕາເວັນອອກ ຄັ້ງທີ 4

ວັນທີ 11 ກັນຍາ, ຢູ່ນະຄອນ Vladivostok, ສະຫະພັນລັດເຊຍ, ໄດ້ດໍາເນີນພິທີໄຂ ເວທີປາໄສເສດຖະກິດຝ່າຍຕາເວັນອອກ (EEF) ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ຕາເວັນອອກໄກ - ເປີດ ກວ້າງພື້ນທີ່ຂອງບັນດາກາລະໂອກາດ”. 

ຕາມລາຍກາຍເປັນທາງການແລ້ວ, ບັນດາເນື້ອໃນຈະດໍາເນີນໃນເວທີປາໄສ EEF – 2018 ໄດ້ແບ່ງເປັນ 4 ເນື້ອໃນຄື: ທີໜຶ່ງແມ່ນ “ເຄື່ອງມືໜູນຊ່ວຍບັນດານັກລົງທຶນ: ບັນດາບາດກ້າວເດີນຕໍ່ໄປ” ປຶກສາຫາລືກ່ຽວກັບໝາກຜົນ ແລະ ແງ່ຫວັງຂອງກົນໄກພັດທະນາໃນພາກພື້ນ, ຄືພາກພື້ນພັດທະນາຢ່າງກະໂດດຂັ້ນ ແລະ ທ່າເຮືອອິດສະຫຼະ Vladivostok; ທີສອງແມ່່ນ “ບຸລິມະສິດບັນດາຂະແໜງການຂອງເຂດຕາເວັນອອກໄກ”; ທີສາມແມ່ນ “ຕາເວັນອອກໄກທົ່ວໂລກ: ໂຄງການສາກົນເພື່ອຮ່ວມມື” ແລະ “ສ້າງເງື່ອນໄຂໃຫ້ການດໍາລົງຊີວິດຂອງມະນຸດ”. ເຫດການເປັນຈຸດສຸມໃນ 50 ການເຄື່ອນໄຫວຂອງເວທີປາໄສປີນີ້ ແມ່ນກອງປະຊຸມຄົບຄະນະດໍາເນີນໃນວັນທີ 12 ກັນຍາ ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ພ້ອມດ້ວຍບັນດາປະມຸກລັດຈາກຈີນ, ມົງໂກນ,ຍີ່ປຸ່ນ ແລະ ສ.ເກົາຫຼີ.

        ໃນຂອບເຂດເວທີປາໄສເສດຖະກິດຝ່າຍຕາເວັນອອກ ປີ 2018 ນີ້, ຈະມີ 7 ວາລະປຶກສາຫາລືດໍາເນີນທຸລະກິດຂອງບັນດາປະເທດ ເຊິ່ງລວມມີ: “ລັດເຊຍ-ຈີນ”, “ລັດເຊຍ-ອິນເດຍ”, ”ລັດເຊຍ - ສ.ເກົາຫຼີ”, “ລັດເຊຍ-ຍີ່ປຸ່ນ”, “ລັດເຊຍ- ອາຊຽນ”, “ລັດເຊຍ-ຕາເວັນຕົກໃກ້” ແລະ “ລັດເຊຍ - ເອີຣົບ” .

        ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ນໍາໜ້າ ເຂົ້າຮ່ວມເວທີປາໄສ ແລະ ກ່າວຄໍາເຫັນທີ່ວາລະປຶກສາຫາລື ລະຫວ່າງ “ລັດເຊຍ - ອາຊຽນ ໃນຕອນບ່າຍວັນທີ 11 ກັນຍາ. 

 (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top