• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສອະນາຄົດ ອາຊຽນ

ເວທີປາໄສອະນາຄົດ ອາຊຽນ, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”
ເວທີປາໄສອະນາຄົດ ອາຊຽນ ໄຂຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ (ພາບປະກອບ: baoquocte.vn)

ເວທີປາໄສອະນາຄົດ ອາຊຽນ, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”, ໄຂຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ພ້ອມກັບຜູ້ແທນເກືອບ 400 ທ່ານ ເຊິ່ງແມ່ນການນຳລັດຖະບານ, ຂັ້ນລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ, ນັກຮຽນຮູ້… ເຂົ້າຮ່ວມພິທີໄຂ.

ພາຍຫຼັງພິທີໄຂ, ໄດ້ຈັດ 2 ວາລະປະຊຸມ ດ້ວຍຫົວຂໍ້ “ອາຊຽນ ພັດທະນາຢ່າງວ່ອງໄວເພື່ອອະນາຄົດຍືນຍົງ” ແລະ “ຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານ ເພື່ອປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ”.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top