• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019

      ຕອນເຊົ້າວັນທີ 15 ພະຈິກ, ຢູ່ນະຄອນວິງ, ແຂວງເງະອານຂອງຫວຽດນາມ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບແຂວງເງະອານ ຈັດຕັ້ງພິທີ ໄຂ ວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019” ເຊິ່ງຈະດໍາເນີນເປັນເວລາ 3 ວັນ. ເຂົ້າຮ່ວມພິທີ ມີຜູ້ຕາງໜ້າສະຖານທູດ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ.
      ທ່ານ ຫງວຽນບ໊າຫ໋າວ, ຮອງຫົວໜ້າພະແນກຖະແຫລງຂ່າວ ແລະ ສື່ສານ ແຂວງ ເງະອານ ໃຫ້ຮູ້ວ່າ: ລາຍການ “ວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019” ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຈັດຂຶ້ນຢູ່ ເງະອານ - ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ເຊິ່ງເປັນຜູ້ທີ່ພ້ອມກັບປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ. ໃນຂອບເຂດຂອງລາຍການນີ້, ມີງານວາງສະແດງພາບຖ່າຍກ່ຽວກັບບັນດາຜົນງານແຫ່ງການຮ່ວມມື ລະຫວ່າງຫວຽດນາມ - ລາວ, ການພັດທະນາຂອງແຂວງເງະອານ ແລະ ບັນດາແຂວງຂອງລາວໃນທຸກຂົງເຂດ; ກອງປະຊຸມສໍາມະນາສົ່ງເສີມການຄ້າ ແລະ ພັດທະນາການທ່ອງທ່ຽວ ລະຫວ່າງ ຫວຽດນາມ - ລາວ ດ້ວຍຮ້ານວາງສະແດງສິນຄ້າກວ່າ 50 ຮ້ານ. ທ່ານກ່າວວ່າ:
        ເຂດວາງສະແດງສິນຄ້າໄດ້ວາງຂາຍບັນດາຜະລິດຕະພັນຢ່າງຄົບຖ້ວນ, ນັບແຕ່ຜະລິດຕະພັນກະເສດ, ຜະລິດຕະພັນດ້ານການແພດ ຕະຫລອດຮອດຜະລິດຕະພັນດ້ານວັດທະນະທໍາ. ທາງຝ່າຍລາວ ກໍມີຮ້ານວາງສະແດງ  5 ຮ້ານ ທີ່ມາຈາກບັນດາແຂວງໃກ້ຄຽງ ສ່ວນຫລາຍແມ່ນແນະນໍາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງລາວຄື ບັນດາເຍື່ອງອາຫານ ກໍຄືຜະລິດຕະພັນວັດທະນະທໍາຂອງລາວ, ພິເສດແມ່ນຜະລິດຕະພັນທີ່ເຮັດດ້ວຍໄມ້ ແລະ ຜະລິດຕະພັນທີ່ເປັນທ່າແຮງຂອງລາວ”.

ອາຫານລາວ ໄດ້ວາງຂາຍຢູ່ງານວາງສະແດງ
      ນອກຈາກນັ້ນ ຍັງມີບັນດາລາຍການແລກປ່ຽນສິລະປະວັນນະຄະດີ ແລະ ແນະນໍາກ່ຽວກັບບັນດາການເຄື່ອນໄຫວເລີ່ມດໍາເນີນທຸລະກິດຂອງບັນດາເພື່ອນໜຸ່ມ. ນີ້ແມ່ນຄັ້ງທີ 2 ເຊິ່ງກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງວັນບຸນດັ່ງກ່າວ. ຜ່ານບັນດາການເຄື່ອນໄຫວຂອງລາຍການ ແມ່ນເພື່ອແນໃສ່ບອກສອນຕັກເຕືອນປະຊາຊົນລຸ້ນຕ່າງໆ ເພີ່ມທະວີການຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີຄວາມໝາຍ ແລະ ແທດຈິງກວ່າເກົ່າ. 
 (ແຫຼ່ງຄັດຈາກ VOV)


ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top