• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຖະໜົນປື້ມ ຮ່າໂນ້ຍ

ຖະ​ໜົນ​ປື້ມ ຮ່າ​ໂນ້ຍ ດຶງ​ດູດ​ຜູ້​ອ່ານ​ເປັນ​ຈຳ​ນວນຫຼວງຫຼາຍ
       ຕອນ​ເຊົ້າ​ວັນ​ທີ 1/5, ຢູ່​ຖ​ະ​ໜົນ 19/12, ເມືອງ ຮ່​ວາມ​ກ໋​ຽມ, ຮ່າ​ໂນ້ຍ, ພະ​ແນກຖະ​ແຫລງ​ຂ່າວ ແລະ ສື່​ສານ ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຮ່​ວານ​ກ໋ຽມ ​ຈັດ​ຕັ້ງ​ພິ​ທີ​ໄຂ​ຖະ​ໜົນ​ປຶ້ມ ຮ່າ​ໂນ້ຍ. ຖະ​ໜົນ​ປື້ມ ຮ່າ​ໂນ້ຍ ໄດ້​ຮັບ​ການ​ອອກ​ແບບ ແລະ ກໍ່​ສ້າງ​ດ້ວຍ​ຕົ້ນ​ໄມ້, ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ກົມ​ກ່ຽວງາມ​ຕາ. ມີ​ຮ້ານ​ວາງ​ສະ​ແດງ​ປຶ້ມ 16 ຮ້ານ​ດ້ວຍ​ປື້​ມຫຼາຍ​ປະ​ເພດ​ສຳ​ລັບ​ທຸກໆ​ເປົ້າ​ໝາຍ​ຜູ້​ອ່ານ. ປອ ຫງວຽນ​ແມ້ງ​ຮ​ູ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ປຶ້ມ ທ໋າຍ​ຮ່າ, ໃຫ້​ຮູ້​ວ່າ:
        “ຂ້າ​ພະ​ເຈົ້າ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ຜູ້​ທຳ​ອິດ​ມີ​ແນວ​ຄວາມ​ຄິດ​ສ້າງ​ຖະ​ໜົນ​ປື້ມ. ຮ່າ​ໂນ້ຍ ມີ​ຖະ​ໜົນຮ່າງ​ບຸດ ແລ້ວ ຕ້ອງ​ມີ​ຖະ​ໜົນ​ປື້ມ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຮັດ​ວຽກ​ຢູ່​ເກືອບ 40 ປະ​ເທດ​ແລ້ວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຖະ​ໜົນ​ປື້ມ​ຢູ່ ປາ​ຣີ, ຢູ່​ລອນດອນ ກໍ່​ບໍ່​ງາມ, ບໍ່ໃຫຍ່​ຄື​ຖະ​ໜົນ​ປື້ມ​ຢູ່​ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ສະ​ເໜີ​ເປີດ​ຖະ​ໜົນ​ປຶ້ມ 4 ສາຍ​ຢູ່​ຮ່າ​ໂນ້ຍ.  ພວກ​ຂ້າ​ພະ​ເຈົ້າ​ພວມ​ຄົ້​ນ​ຄ້​ວາ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນະ​ຄອນ​ເປີດ​ຖະ​ໜົນ​ປຶ້ມ​ແຫ່ງ​ທີ 2 ຢູ່ ເມືອງ ເກົ່າ​ໄຢ໋, ທາງ​ທິດ​ຕ​າ​ເວັນ​ຕົກ​ຮ່າ​ໂນ້ຍ.”
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top