• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດການຄ້າ ແລະ ກະສິກຳເຂດທົ່ງພຽງແມ່ນ້ຳຂອງ-ຕ່ຽນຢາງ 2016


ໄຂງານຕະຫຼາດນັດການຄ້າແລະກະສິກຳ
ເຂດທົ່ງພຽງແມ່ນ້ຳຂອງ-ຕ່ຽນຢາງ2016
(ພາບ: tiengiang.gov.vn)
      ຕອນ​ຄຳ່​ວັນ​ທີ 23/12, ຢູ່ ຕ່ຽນຢາງ, ງານ​ຕະຫຼາດນັດ​ການ​ຄ້າ ​ແລະ ​ກະສິກຳ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ຕ່ຽນຢາງ 2016, ​ໂດຍ​ແຂວງ ຕ່ຽນຢາງ ຈັດ​ຕັ້ງ ​ໄດ້​ໄຂ​ຂຶ້ນ. ງານ​ຕະຫຼາດນັດ​ມີ 250 ຮ້ານວາງສະ​ແດງ​ສິນຄ້າຂອງ 118 ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ແຂວງ​ເຂົ້າ​ຮ່ວມ, ​ເພື່ອ​ແນະນຳ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ສົດ ​ແລະ ຜະລິດ​ຕະພັນ​ກະ​ເສດ​ປຸງ​ແຕ່ງ, ທັນ​ຍາ​ຫານ, ອາຫານ​ປຸງ​ແຕ່ງ, ວັດ​ສະ​ດຸ​ກໍ່ສ້າງ, ການ​ບໍລິການ​ທະນາຄານ, ການທ່ອງທ່ຽວ, ​ໂທລະ​ຄົມ, ​ແນວ​ພັນ…
      ງານ​ຕະຫຼາດນັດ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ແຂວງ, ນະຄອນ ​ແລະ ວິ​ສາ​ຫະກິດ​ແນະນຳ ​ແລະ ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ສຳລັບ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ທ່າ​ແກ່ງ​ແຍ້​ງຂອງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ສົ້ນ​ອອກ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຍາວ​ນານ​ໃຫ້​ໝາກ​ໄມ້​, ຮັບປະກັນ​ລາຄາ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ.
ງານ​ຕະຫຼາດນັດ​ຈະ​ອັດ​ລົງ​ໃນ​ວັນ​ທີ 1/1/2017.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top