• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານ Festival ສິລະປະສະແດງຕຸກກະຕາຫວຽດນາມຄັ້ງທີ 1 ປີ 2018

ຕອນຄໍ່າວັນທີ 16 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ງານ Festival ສິລະປະສະແດງຕຸກກະຕາຫວຽດນາມຄັ້ງທີ 1 ປີ 2018 ຖືກໄຂຂຶ້ນຢ່າງເປັນທາງການ. ງານ Festival ສິລະປະສະແດງຕຸກກະຕາຫວຽດນາມ ຖືກດຳເນີນໃນລະຫວ່າງວັນທີ 16 – 18 ສິງຫາ

(ໄຂງານ Festival ສິລະປະສະແດງຕຸກກະຕາຫວຽດນາມຄັ້ງທີ 1 ປີ 2018)

ໂດຍມີການເຂົ້າຮ່ວມຂອງ 6 ໂຮງລະຄອນໃນທົ່ວປະເທດຄື: ໂຮງລະຄອນສະແດງຕຸກກະຕາຫວຽດນາມ, ໂຮງລະຄອນສະແດງສິລະປະ ເຟືອງນາມ, ໂຮງລະຄອນສະແດງຕຸກກະຕາ ຫາຍຟ່ອງ… ກ່າວຄຳເຫັນທີ່ງານ Festival, ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ຫົວໜ້າຜູ້ກຳກັບການສະແດງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຄິດວ່າ, ການສະແດງຟອນຕຸກກະຕາ ທັງມີລັກສະນະທີ່ເປັນມູນເຊື້ອ, ທັງມີລັກສະນະເຊື່ອມໂຍງ ເຊິ່ງໃນງານ Festival ຄັ້ງນີ້ ບັນດານັກສິລະປິນຈະສະແດງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ງານ Festival ຄັ້ງນີ້ຈະບັນລຸຜົນສຳເລັດ ແລະ ສ້າງປະຖົມປັດໃຈໃຫ້ຄັ້ງຕໍ່ໆໄປ. ຫວັງວ່າ, ງານ Festival ຄັ້ງນີ້ ຈະໄດ້ຮັບການຈັດຕັ້ງໃນແຕ່ລະປີ ເພື່ອສ້າງເປັນເຄື່ອງໝາຍໃຫ້ຖະໜົນທາງຍ່າງ ຫງວຽນເຫ້ວ ຕື່ມອີກ”.

        ໃນ 3 ຄ່ຳຄືນດຳເນີນ Festival ສິລະປະສະແດງຕຸກກະຕາ ຄັ້ງນີ້ຈະໄດ້ຮັບການຈັດຕັ້ງຢູ່ຖະໜົນຍ່າງ ຫງວຽນເຫ້ວ, ນະຄອນໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top