• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ,ຊາບຊຶມມະຕິສູນກາດພັກຄັ້ງທີ 7

      ວັນທີ 29 ມິຖຸນາ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ, ຊາບຊຶມບັນດາມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ 12 ຂອງພັກ ຜ່ານເຄືອຂ່າຍອິນເຕີແນັດຢູ່ຮ່າໂນ້ຍ ແລະ 63 ແຂວງ, ນະຄອນໃນທົ່ວປະເທດ.

ກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ,ຊາບຊຶມມະຕິສູນກາດພັກຄັ້ງທີ 7
(ພາບ: .qdnd.vn)
      ທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຊີ້ແຈ້ງບັນດາມະຕິເຊິ່ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ຮັບຮອງເອົາແມ່ນຫັນບັນດາໜ້າທີ່ຈຸດສຸມເຊິ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກເປັນລະອຽດ, ເຕື້ອງເຖິງບັນດາບັນຫາໃຫຍ່, ສຳຄັນ, ຮີບດ່ວນໃນຕໍ່ໜ້າ, ທັງເປັນພື້ນຖານ, ຍາວນານ, ທັງມີຄວາມໝາຍສຳຄັນສຳລັບການພັດທະນາປະເທດຊາດແບບຍືນຍົງ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງ, ເລິກເຊິ່ງ, ໂດຍກົງເຖິງຊີວິດ, ຄວາມມຸ່ງມາດປາດຖະໜາຂອງພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ ແລະ ປະຊາຊົນ.
      ທ່ານ ເຈີ່ນກ໋ວກເວື້ອງ ສະເໜີວ່າ, ຄວນຍົກສູງຈິດໃຈຮັບຜິດຊອບ, ຮັບຟັງບົດລາຍງານ ຜູ້ລາຍງານສະເໜີເພື່ອກຳແໜ້ນເນື້ອໃນພື້ນຖານຂອງບັນດາມະຕິ, ໂດຍສະເພາະແມ່ນບັນດາບັນຫາໃໝ່, ສົມທົບກັບການຄົ້ນຄວ້າເອກະສານ, ເພີ່ມທະວີການແລກປ່ຽນ, ປຶກສາຫາລື, ຕິດຕໍ່ກັບທ້ອງຖິ່ນ, ຫົວໜ່ວຍເພື່ອຮັບຮູ້ເນື້ອໃນບັນດາມະຕິຢ່າງຄົບຖ້ວນກວ່າ.
 (ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top