ຕອນເຊົ້າວັນທີ 05 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດ. ໃນກອງປະຊຸມທີ່ເຮັດວຽກເປັນເວລາ 3 ວັນ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນໃສ່ຫຼາຍເນື້ອໃນ ເພື່ອຮັບໃຊ້ວຽກງານສັບຊ້ອນການຈັດຕັ້ງກົງຈັກລັດ.
ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການໂຄງປະກອບການຈັດຕັ້ງລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ 15; ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ)… ຄະນະປະຈຳສະພາແຫ່ງຊາດກໍ່ພິຈາລະນາ, ຮັບຮອງເອົາມະຕິໃຫ້ສັດຕະຍາບັນຂໍ້ສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງກົງຈັກຂອງອົງການໄອຍະການປະຊາຊົນສູງສຸດ; ມະຕິວ່າດ້ວຍບັນດາຫຼັກການ, ມາດຕະຖານ ແລະ ກຳນົດການຈັດແບ່ງທຶນສາທາລະນະແຫຼ່ງງົບປະມານແຫ່ງລັດ ໄລຍະ 2026 – 2030. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ຊີ້ແຈ້ງວ່າ:
“ພວກເຮົາປັບປຸງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ແມ່ນ ສະພາແຫ່ງຊາດຕ້ອງຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດໃຫ້ແກ່ລັດຖະບານຫຼາຍກວ່າ ເພື່ອໃຫ້ລັດຖະບານເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນປະຈຸບັນ ແລະ ໃນອະນາຄົດທີ່ຈະມາເຖິງ ເພື່ອໃຫ້ປະເທດຊາດພັດທະນາ. ການປັບປຸງຕ້ອງຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບບັນດາຂໍ້ກຳນົດກ່ຽວຂ້ອງເຖິງການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຂອງກົດໝາຍນີ້ກັບກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ)…”
ກໍ່ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ວຽກງານບຸກຄະລາກອນອີງຕາມສິດອຳນາດ.