• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ຕອນເຊົ້າວັນທີ 11 ມີນາ, ທີ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 32.
 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບຄື: ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ; ຮ່າງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສະຖາປັດຕະຍາກຳ; ຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຫໍສະໝຸດ. ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາມະຕິກ່ຽວກັບການຊັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນເມືອງ ແລະ ຂັ້ນຕາແສງໄລຍະປີ 2019 – 2021 ແລະ ປຶກສາຫາລືບາງບັນຫາສຳຄັນອື່ນ.

       ພາຍຫລັງໄຂກອງປະຊຸມ, ພາຍໃຕ້ການບໍລິຫານຂອງທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ.

ແລະ ກໍ່ໃນຕອນບ່າຍວັນທີ 11 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ). ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ 2009. ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ) ຄວນສືບຕໍໍ່ຊາບຊຶມແຜນນະໂຍບາຍ, ມະຕິຂອງພັກ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບຂອງເຂດຈຸດສຸມປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top