• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 25 ຂອງຄະນະປະຈໍາສະພາແຫ່ງຊາດ

      ກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ  ຊຸດທີ 14 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ. 

ກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ  ຊຸດທີ 14
(ພາບ:quochoi.vn)
      ຕາມລາຍການແລ້ວ, ສໍາລັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ບາງບັນຫາ ທີ່ຍັງມີຄໍາເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍ ຄຶື: ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ; ກົດໝາຍວ່າດ້ວຍການປ້ອງກັນຄວາມລັບແຫ່ງລັດ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ).
ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ ຖ້າໄດ້ຮັບການຮັບຮອງເອົານັ້ນ ຕ້ອງຍົກສູງທີ່ຕັ້ງບົດບາດ ແລະ ກໍາລັງແຮງຂອງຕໍາຫຼວດທະເລ ເພື່ອປະຕິບັດໜ້າທີ່ ປະຕິບັດກົດໝາຍຢູ່ທະເລ. ທາດແທ້ແມ່ນກໍາລັງປະກອບອາວຸດ, ພວກເຮົາຕ້ອງກໍານົດແນວໃດ ເພື່ອໃຫ້ກໍາລັງປະກອບອາວຸດ ປະຕິບັດໜ້າທີ່ທາງພົນລະເຮືອນ, ຈິ່ງເໝາະສົມກັບທໍານຽມສາກົນ ທີ່ຫຼາຍປະເທດພວມໝູນໃຊ້ຢູ່”.
        ໃນກອງປະຊຸມຄັ້ງທີ 25, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ບາງເນື້ອໃນຄື: ການແກ້ໄຂຕົວເລກລາຍຈ່າຍຂອງກົມໃຫຍ່ສວນອາກອນ ທີ່ໄດ້ເບີກເງິນລ່ວງໜ້າເພື່ອປະຕິບັດນະໂຍບາຍຫຼຸດຜ່ອນພະນັກງານບັນຈຸ ແຕ່ປີ 2012 ຄືນຫຼັງ; ວິທີີການຈັດແບ່ງຈໍານວນເງິນລົງທຶນ ຈາກແຫຼ່ງງົບປະມານແຫ່ງລັດ ໄລຍະ 2016 – 2020 ທີ່ຍັງເຫຼືອ; ເລື່ອງນໍາໃຊ້ບ້ວງເງິນ 15.000 ຕື້ດົງ ຈາກແຫຼ່ງທຶນສໍາຮອງຂອງແຜນການໄລຍະກາງຂອງງົບປະມານແຫ່ງລັດ  ໄລຍະ 2016 – 2020 ໃຫ້ແກ່ບັນດາໂຄງການເສັ້ນທາງລົດໄຟ ແລະ ບັນດາໂຄງການເສັ້ນທາງບົກທີ່ສໍາຄັນ ແລະ ຮີບດ່ວນ;  ຮ່າງມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບ ຕາຕະລາງອັດຕາພາສີຂອງການປົກປັກຮັກສາສິ່ງແວດລ້ອມ; ກ່ຽວກັບການດັດປັບລະດັບການລົງທຶນທັງໝົດຂອງບັນດາໂຄງການເສັ້ນທາງລົດໄຟ ຢູ່ເຂດຕົວເມືອງນະຄອນໂຮ່ຈິມີນ; ເລື່ອງປະຕິບັດບາງຂໍ້ກໍານົດຂອງກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ທີ່ກ່ຽວຂ້ອງເຖິງບົດລາຍງານການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການລົງທຶນ; ຮ່າງດໍາລັດ ຂອງລັດຖະບານກໍານົດບາງກົນໄກພິເສດສະເພາະ ກ່ຽວກັບການລົງທຶນ, ການເງິນ, ງົບປະມານ ແລະ ການຈັດແບ່ງຂັ້ນຄຸ້ມຄອງ ສໍາລັບນະຄອນເກິນເທີ ...
 ແລະ ກໍໃນວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນສໍາລັບເລື່ອງພິຈາລະນາ, ຕັດສິນການສ້າງຕັ້ງບາງຫົວໜ່ວຍປົກຄອງຂຶ້ນກັບແຂວງ ບິງເຢືອງ, ຮ່າຕິງ ແລະ ບ່າເຣ້ຍຫວຸງເຕົ່າ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top