• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ SOM ກອງປະຊຸມຄະນະກຳມະການປະສານງານເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 12

      ຕອນບ່າຍວັນທີ 9 ມີນາ, ກອງປະຊຸມຂັ້ນນັກວິຊາການ (SOM) ໃນຂອບເຂດກອງປະຊຸມຄັ້ງທີ 12 ຂອງຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ (JCC CLV DTA) ໄດ້ດຳເນີນຢູ່ເຂດຊາຍແດນ Kratie, ກຳປູເຈຍ.

ຄະນະຜູ້ແທນ ຫວຽດນາມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ SOM, ທ່ານ ເລກວາງແມ້ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຖືວ່າ: ປັດຈຸບັນ, ບັນດາໂຄງການກ່ຽວກັບການພັດທະນາເຂດຊາຍແດນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ ແລະ ພວມຜັນຂະຫຍາຍ, ພິເສດແມ່ນໃນບັນດາຂົງເຂດຄື ເຂື່ອນໄຟຟ້ານ້ຳຕົກ, ການຂຸດຄົ້ນແຮ່ທາດ, ປູກ ແລະ ປຸງແຕ່ງຜະລິດຕະພັນຕົ້ນໄມ້ອຸດສາຫະກຳ. ເປົ້າໝາຍຂອງການສ້າງຕັ້ງການຮ່ວມມືໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ແມ່ນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສາມປະເທດເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມສະຖຽນລະພາບດ້ານການເມືອງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາ ເສດຖະກິດ - ສັງຄົມ ໃນພາກພື້ນ. ການຮ່ວມມືໃນເຂດສາມຫຼ່ຽມພັດທະນາໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ຄວາມໝັ້ນຄົງ - ການຕ່າງປະເທດ, ຄົມມະນາຄົມ ຂົນສົ່ງ, ອຸດສາຫະກຳ, ກະສິກຳ, ການຄ້າ, ການລົງທຶນ, ບັນດາຂົງເຂດສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top