• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “ງານຕະຫຼາດນັດກະສິກຳ ສາກົນ ຫວຽດນາມ ປີ 2020 ” ຢູ່ເກິ່ນເທີ

      ຕອນເຊົ້າວັນທີ 11 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ - ການຄ້າ ແລະ ງານຕະຫຼາດນັດວາງສະແດງ ເກິ່ນເທີ ໄດ້ດຳເນີນພິທີໄຂ “ງານຕະຫຼາດນັດກະສິກຳ ສາກົນ ຫວຽດນາມ 2020”.

ຮ້ານວາງຂາຍເຂົ້າສານ ຕາມມາດຕະຖານ VietGap ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ
      ງານຕະຫຼາດນັດສາມາດດຶງດູດ 250 ຮ້ານວາງຂາຍສິນຄ້າ ຂອງ ຫົວໜ່ວຍ, ວິສາຫະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ 100 ແຫ່ງເຂົ້າຮ່ວມ, ໃນນັ້ນມີບັນດາຜູ້ແທນມາຈາກບັນດາປະເທດ ຍີ່ປຸ່ນ, ສ.ເກົາຫຼີ, ອິດສະລາແອັນ, ອິນເດຍ…
            ງານຕະຫຼາດນັດໄດ້ຈັດຕັ້ງປະຈຳປີຢູ່ນະຄອນເກິ່ນເທີ ມີຄວາມໝາຍສຳຄັນ ແລະ ແທດຈິງ ໃນການຍູ້ແຮງການສະໜິດຕິດພັນລະຫວ່າງການຄົ້ນຄ້ວາວິທະຍາສາດ ແລະ ການຜະລິດ, ດຳເນີນທຸລະກິດ, ລະຫວ່າງບັນດາຫົວໜ່ວຍ - ທ້ອງຖິ່ນ, ບັນດາວິສາຫະກິດ - ຜູ້ບໍລິໂພກອຸປະໂພກ ພ້ອມກັບບັນດານັກລົງທຶນໄດ້ພົບປະ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ເປີດກ້ວາງການຮ່ວມມືດຳເນີນທຸລະກິດ… ຜ່ານນັ້ນ, ປະກອບສ່ວນເຂົ້າໃນການໜູນຊ່ວຍບັນດາວິສາຫະກິດທີ່ມີໂອກາດຊອກຫາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ, ຊ່ວຍໃຫ້ວິສາຫະກິດມີການສັງເກດ, ຕີລາຄາຢ່າງຖືກຕ້ອງກັບທ່າອ່ຽງຂອງຕະຫຼາດ. “ງານຕະຫຼາດນັດກະສິກຳ ສາກົນ ຫວຽດນາມ 2020 ” ຈະດຳເນີນໄປຮອດວັນທີ 15 ພະຈິກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top