• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 3,75 ລ້ານຄົນ

ໄລ່ຮອດເວລາ 21 ໂມງຂອງວັນທີ 06 ພຶດສະພາ, ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-19 ກ່ວາ 3,75 ລ້ານຄົນ, ໃນນັ້ນ ມີກ່ວາ 259.000 ຄົນເສຍຊີວິດ.

ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ຢືນຢູ່ແຖວໜ້າໂລກກ່ຽວກັບ 2 ດັດຊະນີຈຳນວນຜູ້ຕິດໄວຣັດ SARS-CoV-2 ແລະ ຈຳນວນຜູ້ເສຍຊີວິດຍັງສືບຕໍ່ແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 1,2 ລ້ານຄົນ ແລະ ມີກ່ວາ 72.000 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດຢູ່ ອາເມລິກາ ຍັງມີຄວາມສ່ຽງຕິດແປດຢ່າງສູງ ໃນສະພາວະປະເທດນີ້ ຄ່ອຍໆຫລຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມ ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວເສດຖະກິດຄືນໃໝ່.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.

Top