• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 17.000 ຄົນ

      ນັບແຕ່ເວລາ 16 ໂມງ ຂອງວັນທີ 04 ມັງກອນ ຫາເວລາ 16 ໂມງຂອງວັນທີ 05 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 17.017 ຄົນ. 
(ພາບ: TTXVN)
      ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດກວ່າ 1.817.721 ຄົນ, ຢືນອັນດັບທີ 30 ໃນຈຳນວນ 224 ປະເທດ ແລະ ເຂດແຄວ້ນ.
        ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຕື່ມອີກ ກວ່າ 22.662 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີໄລ່ມາຮອດປັດຈຸບັນແມ່ນ 1.436.046 ຄົນ. ໃນ 24 ຊົ່ວໂມງຜ່ານມາ ມີຜູ້ເສຍຊີວິດຕື່ມອີກ 230 ຄົນ.
        ໄລ່ຮອດຕອນບ່າຍວັນທີ 05 ມັງກອນ, ຍອດຈຳນວນວັກຊິນກັນພະຍາດໂຄວິດ - 19 ທີ່ໄດ້ສັກໃຫ້ປະຊາຊົນໃນທົ່ວປະເທດ ຫວຽດນາມ ແມ່ນກວ່າ 155 ລ້ານໂດສ, ຜູ້ສັກເຂັມທຳອິດກວມເອົາ 99,7%, ແລະ ຜູ້ສັກເຂັມທີ 2 ກວມເອົາ 91,3% ປະຊາກອນທີ່ມີອາຍຸແຕ່ 18 ປີຂຶ້ນໄປ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top