• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 11.168 ຄົນ

      ນັບແຕ່ເວລາ 17 ໂມງ ຂອງວັນທີ 12 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 13 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 11.168 ຄົນ ແລະ 4 ຄົນມາຈາກຕ່າງປະເທດ, ສະເພາະນະຄອນໂຮ່ຈິມິນມີ 5.446 ກໍລະນີ, ບີງເຢືອງ 3.651 ກໍລະນີ
ການເອົາຕົວຢ່າງມາວິໄຈຫາເຊື້ອໂຄວິດ-19 ໃນນະຄອນຮ່າໂນ້ຍ
          ໃນວັນທີ 13 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 11.200 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 298 ຄົນ.
     ເປັນອັນວ່າ ໄລຮອດວັນທີ 13 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 624.547   ຄົນ, ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 385.778   ຄົນ ແລະ 15.660 ຄົນ ເສຍຊີວິດ.
     ປະຈຸບັນ, ມີ 13 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ, ຫາຍຟ່ອງ, ຫາຍເຢືອງ, ຮ່ານາມ ແລະ ລ່າວກາຍ
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top