• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງ​ໝໍ​ແບກ​ມາຍ ສາ​ຂາ​ນິງ​ບິ່ງ: ເປີດກວ້າງ​ໂອ​ກາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ການ​ແພດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ໄລ​ຍະ​ຈະ​ມາ​ເຖິງ ໂຮງ​ໝໍ່​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ໃຫ້​ສຳ​ເລັດ, ພັດ​ທະ​ນາ​ການໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຖ່າຍ​ທອດ​ເຕັກ​ນິກ, ບຳ​ລຸງ​ສ້າງ… ນຳໂຮງ​ໝໍ​ກາຍ​ເປັນໂຮງ​ໝໍ​ຂັ້ນ​​ສຸດທ້າຍ, ຍົກ​ສູງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ.
  ໂຮງ​ໝໍ​ແບກ​ມາຍ​ສາ​ຂາ​ຢູ່ ນິງ​ບິ່ງ (ພາບ: vnanet)  

ໂຮງ​ໝໍ​ແບກ​ມາຍ ສາ​ຂາ​ນິງ​ບິ່ງ ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 26 ມິ​ຖຸ​ນາ ເປັນ​ຕົ້ນ​ໄປ, ​ອັນ​ໄດ້ສ້າງ​ຂີດ​ໝາຍ​ບາ​ດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ລະ​ບົບ​ການ​ແພດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ປະ​ຊາ​ຊົນ​ທາງ​ທິດ​ໃຕ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແລະ ພາກ​ກາງ​ຕອນ​ເໜືອ.

ທີ່​ພິ​ທີ​ໄຂ​ໂຮງ​ໝໍ​ແບກ​ມາຍ​ສາ​ຂາ​ນິງ​ຍິງ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ມິ​ຖຸ​ນາ, ທ່ານ​ຮສ, ປ.ອ ດ່າວ​ຊວັນ​ເກີ ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ແບກ​ມາຍ ໃຫ້​ຮູ້​ວ່າ​ທົ່ວລະ​ບົບ​ຄຸ້ມ​ຄອງ, ຂັ້ນ​ຕອນ​ວິ​ຊາ​ຊີບ, ມາດ​ຖານ​ຄຸນ​ນະ​ພາບ ແລະ ການ​ເຄື່ອນ​ໄຫວ​ກວດ​ປິ່ນ​ປົວ​ພະ​ຍາດ​ຢູ່​ສາ​ສ​ຂາ​ໃໝ່​ໄດ້​ຈັດ​ຂຶ້ນ​ເປັນ​ເອ​ກະ​ພາບ​ກັບ​ສາ​ຂາ​ຢູ່ ຮ່າ​ໂນ້ຍ, ຕາມ​ຮູບ​ແບບ “”ໂຮ​ງ​ໝໍ​ແບກ​ມາຍ​ແຫ່ງ​ດຽວ - ມາດ​ຖານຄຸນ​ນະ​ພາບ​ດຽວ”.

ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ວັນ​ທັ້ງ ຮຽກ​ຮ້ອ​ງວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ໂຮງ​ໝໍ່​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ໃຫ້​ສຳ​ເລັດ, ພັດ​ທະ​ນາ​ການໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຖ່າຍ​ທອດ​ເຕັກ​ນິກ, ບຳ​ລຸງ​ສ້າງ… ນຳໂຮງ​ໝໍ​ກາຍ​ເປັນໂຮງ​ໝໍ​ຂັ້ນ​​ສຸດທ້າຍ, ຍົກ​ສູງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top