• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 6 ​ປະ​ຕິ​ບັດ​ສຳ​ເລັດ​ ​ໜ້າ​ທີ່ ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ຊູ​ດັງ​ໃຕ້​ຢ່າງ​ດີເດັ່ນ

ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຜັນຂະຫຍາຍຢ່າງເປັນທາງການ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແຕ່ວັນທີ 26 ກັນຍາ 2024. ໂຮງໝໍກາງສະໜາມລວມມີພະນັກງານ, ລັດຖະກອນທັງໝົດ 63 ຄົນ.
ພິທີຕ້ອນຮັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ກັບເມືອປະເທດ (ພາບ: qdnd)
ຕອນຄ່ຳວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ສປຊ ຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີຕ້ອນຮັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ທີ່ໄດ້ປະຕິບັດສຳເລັດ ໜ້າທີ່ ຮັກສາສັນຕິພາບ ຢູ່ ຊູດັງໃຕ້ຢ່າງດີເດັ່ນກັບເມືອປະເທດ ພາຍຫຼັງສິ້ນສຸດການອາຍຸການປະຕິບັດວຽກງານ.ຜູ້ຕາງໜ້າກົມຮັກສາສັນຕິພາບ ຫວຽດນາມ ພ້ອມກັບບັນດາຜູ້ແທນໄດ້ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບດອກໄມ້ໃຫ້ແກ່ພະນັກງານ, ລັດຖະກອນ ໂຮງໝໍ. ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຜັນຂະຫຍາຍຢ່າງເປັນທາງການ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແຕ່ວັນທີ 26 ກັນຍາ 2024. ໂຮງໝໍກາງສະໜາມລວມມີພະນັກງານ, ລັດຖະກອນທັງໝົດ 63 ຄົນ. ໃນເວລ 1 ປີ ປະຕິບັດໜ້າທີ່ ຢູ່ ຊູດັງໃຕ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ກວດປິ່ນປົວພະຍາດໃກ່ຄົນເຈັບກ່ວາ 2.600 ຄົນ, ໃນນັ້ນພົ້ນເດັ່ນແມ່ນ ປະຕິບັດສຳເລັດຫຼາຍການຜ່າຕັດ, ການປິ່ນປົວທີ່ຍາກ. ພ້ອມທັງ, ໂຮງໝໍໄດ້ຈັດຂຶ້ນຫຼາຍການເຄື່ອນໄຫວຂົນຂວາຍປະຊາຊົນທີ່ມີຄວາມໝາຍ ແທ້ຈິງ, ໂດຍເພື່ອນມິດສາກົນ ແລະ ປະຊາຊົນທ້ອງຖິ່ນຕີລາຄາສູງ, ພົ້ນເດັ່ນແມ່ນບັນດາໂຄງການເບິ່ງແຍງດູແລສຸຂິພາບໃຫ້ແກ່ວົງຄະນະຍາດ, ໜູນຊ່ວຍການສຶກສາ, ພົບປະແລກປ່ຽນວັດທະນະທຳ.

(ແຫຼ່ງຄັດຈາກ VOV)

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”.

Top