• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກວິ​ຕົກ​ກັງ​ວົນ​ຕໍ່​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​ຂອງ ອິດ​ສະ​ຣາ​ແອັນ ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

ທ່ານ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອີຢູ ກໍ່ໄດ້ຊຸກຍູ້ ອິດສະຣາແອັນ ລົບລ້າງແຜນການ, ກ່າວເຕືອນວ່າການກໍ່ສ້າງຢູ່ E1 ຈະ “ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້” ໃຫ້ແກ່ມາດຕະການສອງລັດ.
(ພາບ: THX/TTXVN)

ວັນທີ 14 ສິງຫາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິໃນທັນທີແຜນການສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ E1ຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ຖືກຍຶດຄອງ ແລະ ທ່ານກ່າວເຕືອນວ່າ ນີ້ແມ່ນການກະທຳລະເມີດກົດໝາຍສາກົນ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ນາບຂູ່ແງ່ຫວັງມາດຕະການສອງລັດຢ່າງຮ້າຍແຮງ.

ໃນວັນດຽວກັນ, ທ່ານ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອີຢູ ກໍ່ໄດ້ຊຸກຍູ້ ອິດສະຣາແອັນ ລົບລ້າງແຜນການ, ກ່າວເຕືອນວ່າການກໍ່ສ້າງຢູ່ E1 ຈະ “ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້” ໃຫ້ແກ່ມາດຕະການສອງລັດ. ອີຢູ ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິທັງໝົດນະໂຍບາຍຕັ້ງຖິ່ນຖານຄົງທີ່, ທຳລາຍ, ເນລະເທດ, ຮິບເອົາເຮືອນຢູ່ ແລະ ບັນດາການກະທຳເພີ່ມການໃຊ້ຄວາມຮຸນແຮງ.

ອີຢີບ, ຕວກກີ ກໍ່ໄດ້ອອກຖະແຫຼງການຄັດຄ້ານຢ່າງແຮງ. ກະຊວງການຕ່າງປະເທດ ອີຢີບ ຖືວ່າ ຂໍ້ຕົກລົງເຊັນອະນຸມັດເຮືອນໃໝ່ກ່ວາ 3400 ຫຼັງຢູ່ E1 ຂອງທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນ  ອິດສະຣາແອັນ ແມ່ນໄດ້ລະເມີດກົດໝາຍສາກົນ ແລະ ກ່າວເຕືອນວ່າ ບໍ່ສາມາດບັນລຸໄດ້ຄວາມສະຫງົບປອດໄພ, ສະຖຽນລະພາບ ຖ້າຫາກວ່າສືບຕໍ່ເມີນເສີຍຕໍ່ສິດຜົນປະໂຫຍດອັນຊອບທຳຂອງຊາວ ປາແລັດສະຕິນ. ສ່ວນ ຕວກກີ ຖືວ່າ ການກະທຳນີ້ອາດຈະທຳລາຍແງ່ຫວັງສັນຕິພາບ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top