• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ​ໂຄ​ວິດ - 19: ​ແຂວງ ຝຸອຽນ ຕ້ອນຮັບ​ພົນລະ​ເມືອງຫວຽດນາມ ກວ່າ 300 ຄົນ ​ກັບ​ມາ​ຈາກ​ສະຫະພັນ​ລັດ​ເຊຍ

ວັນທີ 10 ກັນຍາ, ພະແນກສາທາລະນະສຸກແຂວງ ຝູອຽນ ຂອງຫວຽດນາມ ໄດ້ສົມທົບກັບ ກອງບັນຊາການທະຫານແຂວງ ຝູອຽນ ຕ້ອນຮັບພົນລະເມືອງຫວຽດນາມ 339 ຄົນທີ່ກັບມາຈາກ ສະຫະພັນລັດເຊຍ, ພາຍຫຼັງມາຮອດແລ້ວ ໄດ້ປະຕິບັດການແຍກຕົວ.

ພົນລະເມືອງຫວຽດນາມ ກັບມາຈາກ ລັດເຊຍ ກໍາລັງເຂົ້າໄປເຂດແຍກຕົວ  (ພາບ:TTXVN)

ຕອນບ່າຍວັນທີ 10 ກັນຍາ, ພະແນກສາທາລະນະສຸກແຂວງ ຝູອຽນ ຂອງຫວຽດນາມ ໄດ້ສົມທົບກັບ ກອງບັນຊາການທະຫານແຂວງ ຝູອຽນ ຕ້ອນຮັບພົນລະເມືອງຫວຽດນາມ 339 ຄົນທີ່ກັບມາຈາກ ສະຫະພັນລັດເຊຍ, ພາຍຫຼັງມາຮອດແລ້ວ ໄດ້ປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບຕາມຂໍ້ກໍານົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ເຂດແຍກຕົວ ຂຶ້ນກັບ ກອງພັນໃຫຍ່ທະຫານບົກ 888.

        ໃນຈໍານວນພົນລະເມືອງດັ່ງກ່າວ ມີທັງແມ່ຍິງຖືພາ ແລະ ເດັກນ້ອຍ. ເມື່ອປະຕິບັດການແຍກຕົວ, ເຂົາເຈົ້າຈະໄດ້ຮັບການຕິດຕາມອາການສຸຂະພາບຢ່າງແໜ້ນແຟ້ນ, ວັດແທກອຸນຫະພູມຮ່າງກາຍ, ກວດວິໄຈຫາເຊື້ອໂຄວິດຖ້າມີຄວາມຈໍາເປັນ; ຮັບປະກັນການເຄື່ອນໄຫວກ່ຽວກັບການກິນ, ດໍາລົງຊີວິດຢູ່ ຕາມລະບອບນະໂຍບາຍຂອງລັດ.

      ກ່ຽວຂ້ອງເຖິງໂລກລະບາດ ໂຄວິດ - 19 ຍັງມີຂ່າວວ່າ ວັນທີ 11 ກັນຍາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1 ຄົນ ຊຶ່ງຜູ້ກ່ຽວໄດ້ມາຈາກລັດເຊຍ ແລະ ໄດ້ຖືກແຍກຕົວແລ້ວ. ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນທັງໝົດ 691 ຄົນ, ໃນນັ້ນ ຈຳນວນຜູ້ຕິດຊື້ອໂຄວິດ - 19 ໃໝ່ ນັບແຕ່ວັນທີ 25 ກໍລະກົດ ແມ່ນ 551 ຄົນ. ຈຳນວນຜູ້ເສຍຊີວິດ ແມ່ນ 35 ຄົນ ແລະ ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 902 ຄົນ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top