• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຫຼາຍກວ່າ 3,28 ລ້ານຄົນ ເສຍຊີວິດ

      ຕາມເວັບໄຊສະຖິຕິ worldmeters.info  ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 8 ພຶດສະພາ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 157.526.743 ຄົນ, ໃນນັ້ນ ມີຫຼາຍກວ່າ 3,28 ລ້ານຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແລ້ວແມ່ນຫຼາຍກວ່າ 134,7 ລ້ານຄົນ.
(ພາບ: TTXVN)
      ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 594.909 ຄົນ ໃນຈໍານວນຜູ້ຕິດເຊື້ອທັງໝົດຫຼາຍກວ່າ 33,4 ລ້ານຄົນ. ອິນເດຍ ຢືນອັນດັບທີ 2 ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 21,8 ລ້ານຄົນ, ແຕ່ເປັນປະເທດຢືນອັນດັບທີ 3 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດ (ດ້ວຍ 238.265 ຄົນ). ບຣາຊິນ ມີຜູ້ຕິດເຊື້ອຫຼາຍກວ່າ 15 ລ້ານຄົນ ແລະ 419.393 ຄົນໄດ້ເສຍຊີວິດ, ຊື່ງປະເທດ ຢືນອັນດັບທີ 3 ໃນໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຢືນອັນດັບທີ 2 ໃນໂລກ ກ່ຽວກັບຈຳນວນຜູ້ເສຍຊີວິດ.
ສ່ວນສະເພາະ ຢູ່ ຫວຽດນາມ, ຂ່າວເມື່ອຕອນເຊົ້າ ວັນທີ 8 ພຶດສະພາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 7 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 8 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 15 ກໍລະນີ. ບັນດາກໍລະນີທັງໝົດເຫຼົ່ານັ້ນ ແມ່ນຜູ້ຕິດເຊື້ອພາຍໃນປະເທດ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ລວມທັງໝົດເປັນ 3.152 ກໍລະນີ, ໃນນັ້ນ ມີ 2.560 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ກໍລະນີ ເສຍຊີວິດ./. 
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top