• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19: EU ອະນຸຍາດໃຫ້ ຄ້າຂາຍ ວັກຊິນຂອງ Moderna ຢ່າງເປັນທາງການ

      ທ່ານ Emer Cooke ຜູ້ອຳນວຍການຝ່າຍບໍລິຫານ EMA ໃຫ້ຮູ້ວ່າ ການອອກໃບອະນຸຍາດໃຫ້ແກ່ວັກຊິນຂອງ Moderna ແມ່ນ “ມີເຄື່ອງມືຕື່ມອີກ ເພື່ອຜ່ານຜ່າສະພາວະການສຸກເສີນໃນປັດຈຸບັນ”.

ວັກຊິນກັນພະຍາດໂຄວິດ - 19 ຂອງ ບໍລິສັດການຢາ Moderna Inc (ພາບ: AFP/TTXVN)
      ວັນທີ 6 ມັງກອນ, ສະຫະພາບ ເອີລົບ (EU) ໄດ້ອະນຸຍາດໃຫ້ເຄື່ອນຍ້າຍວັກຊິນກັນພະຍາດໂຄວິດ - 19 ໂດຍ ບໍລິສັດການຢາ Moderna Inc (ອາເມລິກາ) ປຸງແຕ່ງ ແລະ ພັດທະນາຢ່າງເປັນທາງການ. ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີລົບ ໄດ້ ປະກາດຄືດັ່ງກ່າວ ພາຍຫຼັງອົງການຄຸ້ມຄອງການຢາ ເອີລົບ (EMA) ຮັບຮອງເອົາຂໍ້ສະເໜີກ່ຽວກັບການອອກໃບອະນຸຍາດເຄື່ອນຍາຍໃຫ້ແກ່ວັກຊິນດັ່ງກ່າວ.
            ທ່ານ Emer Cooke ຜູ້ອຳນວຍການຝ່າຍບໍລິຫານ EMA ໃຫ້ຮູ້ວ່າ ການອອກໃບອະນຸຍາດໃຫ້ແກ່ວັກຊິນຂອງ Moderna ແມ່ນ “ມີເຄື່ອງມືຕື່ມອີກ ເພື່ອຜ່ານຜ່າສະພາວະການສຸກເສີນໃນປັດຈຸບັນ”. ໃນຂະນະນັ້ນ, ທ່ານນາງ Ursula Von der Leyen ໄດ້ເອີ້ນວ່າ ນີ້ແມ່ນຂ່າວດີສຳລັບຄວາມມານະພະຍາຍາມມີວັກຊິນມາສັກໃຫ້ແກ່ຊາວເອີລົບຕື່ມອີກ.
(ແຫຼ່ງຄັດຈາກ VOV)

      

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top