• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ SARS – CoV – 2 784.000 ຄົນ

      ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດ 8 ໂມງຕອນເຊົ້າວັນທີ 31 ມີນາ(ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 784.381 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 37.780 ຄົນ.

ແພດໝໍສົ່ງຜູ້ຕິດເຊື້ອພະຍາດ Covid – 19 ຂຶ້ນເຮືອບິນ (ພາບ: AFP/TTXVN)
            ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວເອີຣົບສືບຕໍ່ເພີ່ມຂຶ້ນດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ທະວີບນີ້ເພີ່ມຂຶ້ນເກືອບ 400.000ຄົນ, ໃນນັ້ນອີຕາລີ ຢືນຢູ່ອັນດັບທີ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລື່ນກາຍຕົວເລກ 100.000 ຄົນ, ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 11.591 ຄົນ.
            ປັດຈຸບັນ, ແອັດສະປາຍແມ່ນປະເທດໄດ້ຮັບຜົນກະທົບໃຫຍ່ອັນດັບທີ 2 ຂອງໂລກລະບາດ Covid – 19 ຢູ່ເອີລົບດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນກ່ວາ 85.000 ຄົນ ແລະ ມີຜູ້ເສຍຊີວິດ 812 ຄົນ. ຢູ່ເຢຍລະມັນ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 57.298 ຄົນ, ຢູ່ຝລັ່ງ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ40.174 ຄົນ ແລະ ຢູ່ອັງກິດມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 22.141 ຄົນ.
            ຢູ່ອາເມລິກາ, ຕາມຕົວເລກຂອງສູນລະບົບວິທະຍາສາດ ແລະ ເຕັກນິກ (CSSE) ອັບເດັດຕອນເວລາ 19 ໂມງ ໃນວັນທີ 30 ມີນາ (ຕາມໂມງ GMT)ວ່າ ມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນກ່ວາ 150.000 ຄົນ.
            ແລະກໍ່ໃນວັນດຽວກັນ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2.500 ຕື້ USD ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາ, ຜ່ານຜ່າວິກິດການເສດຖະກິດທີ່ຍັງບໍ່ທັນມີມາກ່ອນຈາກຜົນກະທົບຂອງໂລກລະບາດ Covid – 19.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top