• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ກ່ວາ 2 ລ້ານຄົນ

      ຕາມຕົວເລກຂອງ ມະຫາວິທະຍາໄລ Johns Hopkins (ອາເມລິກາ)ແລ້ວ, ໄລ່ຮອດເວລາ 7 ໂມງ 30 ນາທີ ວັນທີ 14 ເມສາ (ຕາມເວລາ ຫວຽດນາມ), ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄດ້ກາຍຈຳນວນ 2 ລ້ານຄົນແລ້ວ. ທົ່ວໂລກໄດ້ຢັ້ງຢືນ ມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.019.320 ຄົນ ໃນນັ້ນມີຜູ້ເສຍຊີວິດ 119.483 ຄົນ. ອາເມລິກາ ສືບຕໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນໂລກລະບາດ Covid – 19 ສູງທີ່ສຸດໃນໂລກ.

(ພາບປະກອບ: REUTERS)
      ເອີລົບແມ່ນພາກພື້ນຖືກຜົນກະທົບຢ່າງໜັກໜ່ວງທີ 2 ໃນໂລກ. ແອດສະປາຍແມ່ນປະເທດມີຈຳນວນຜູ້ຕິດເຊື້ອ Covid – 19 ສູງທີ 2 ໃນໂລກເມື່ອຢັ້ງຢືນມີຜູ້ຕິດເຊື້ອ 169.628 ຄົນ, ໃນນັ້ນມີ ກ່ວາ 17.628 ຄົນເສຍຊີວິດ. ອີຕາລີປະກາດວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 3.153 ຄົນ ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ/ເປັນ 159.516 ຄົນ, ໃນນັ້ນມີ ຜູ້ເສຍຊີວິດແມ່ນ 20.465 ຄົນ. ຢູ່ຝລັ່ງ ໂລກລະບາດໄດ້ເຮັດໃຫ້ 14.967 ຄົນເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 136.779 ຄົນ.
            ໃນສະພາບການຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນເຊື້ອພະຍາດ Covid – 19 ສືບຕໍ່ເພີ່ມຂຶ້ນ, ຫຼາຍປະເທດໃນໂລກໄດ້ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການສະກັດກັ້ນການແຜ່ລະບາດຂອງໂລກລະບາດ. ຢູ່ຍີ່ປຸ່ນ, ທ່ານ Tanimoto Masanori ເຈົ້າແຂວງ Ishikawa ໄດ້ມີຄຳສັ່ງປະກາດສະພາວະສຸກເສີນ ຍ້ອນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ແຂວງດັ່ງກ່າວ ເພີ່ມຂຶ້ນຢ່າງສູງໃນຊຸມວັນມໍ່ໆມານີ້.
            ເພື່ອແນໃສ່ຊ່ວຍເຫຼືອບັນດາປະເທດຫຼຸດຜ່ອນໜີ້ສິນ ແລະ ຮັບມືກັບຜົນກະທົບຂອງໂລກລະບາດ Covid – 19 ໃຫ້ດີກວ່ານັ້ນ, ກອງທຶນເງິນຕາສາກົນ (IMF) ປະກາດວ່າ ຈະສະໜອງບັນດາບ້ວງເງິນໜູນຊ່ວຍໃຫ້ແກ່ 25 ປະເທດທີ່ປະສົບຄວາມທຸກຍາກກ່ວາໝູ່ໃນໂລກ ແລະ ມີຄວາມສ່ຽງສູງກ່ວາໝູ່, ໃນນັ້ນສ່ວນຫຼາຍແມ່ນບັນດາປະເທດທະວີບ ອາຟຼິກກາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top