• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທ​ລະ​ເລກ, ຈົ​ດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ; ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ບັນດາອົງການຈັດຕັ້ງມິດຕະພາບ ໄດ້ສົ່ງໂທລະເລກ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຫໍຈັດງານສົບແຫ່ງຊາດ ທີ່ຮ່າໂນ້ຍ (ພາບ: TTXVN)

ໂດຍໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ໄດ້ເຖິງແກ່ມໍລະນະກຳ, ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ; ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ບັນດາອົງການຈັດຕັ້ງມິດຕະພາບ ໄດ້ສົ່ງໂທລະເລກ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານ Mary Simon ຜູ້ວ່າການ ການາດາ ຢັ້ງຢືນວ່າ ການາດາ ຖືເປັນສຳຄັນການສະໜັບສະໜູນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນວິວັດທະນການສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງສາຍພົວພັນທີ່ແໜ້ນແຝ້ນ ແລະ ປະສິດທິຜົນເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

ປະທານາທິບໍດີ ສ.ກຣົວຊີ; ນາຍົກລັດຖະມົນຕີ ລາຊະອານາຈັກ ນອກແວ,; ປະທານາທິບໍດີ ສ.ແຟງລັງ; ຜູ້ອຳນວຍການໃຫຍ່ອົງການ UNESCO; ປະທານພັກຍຸຕິທຳ ຍີ່ປຸ່ນ,  ໄດ້ສົ່ງຈົດໝາຍ, ໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານປະເທດ ໂຕເລິມ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top