• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ​ກ່ຽວ​ກັບ IUU ດ້ວຍ​ຮູບ​ແບບ “ສານ​ສົມ​ມຸດ​ຖານ”

“ສານ​ສົມ​ມຸດ​ຖານ” ໄດ້​ສ້າງຂຶ້ນ​ຈາກ​ຄະ​ດີ​ໃນ​ຕົວ​ຈິງ​ກ່ຽວ​ກັບ​ກາ​ນ​ກະ​ທຳນຳ​​ກຳ​ປັ່ນ ແລະ ຊາວ​ປະ​ມົງ​ໄປ​ຍັງ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ.
  ສານສົມມຸດຖານ (ພາບ: TTXVN)  
ໃນ​ລະ​ຫວ່າງວັນ​ທີ 9 – 10 ພຶດ​ສະ​ພາ, ຢູ່​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ໄຕ​ອຽນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເຂດ​ພິ​ເສດ​ຝຸກວັກ, ແຂວງ​ອານ​ຢາງ, ກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ​ເຂດ 4, ໜັງ​ສື​ພິມ ກົງຫຼີ, ສານ​ການ​ທະ​ຫານ​ເຂດ 9, ຄະ​ນະ​ໂຄ​ສະ​ນາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ຄະ​ນະ​ພັກ​ແຂວງ ອານ​ຢາງ ໄດ້​ປະ​ສາ​ນ​ສົມ​ທົບຈັດ​ການ​ໂຄ​ສະ​ນາ, ເຜີຍ​ແຜ່​ກົດ​ໝາຍ​ກ່ຽວ​ກັບ ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມຂໍ້​ກຳ​ນົດ (IUU) ດ້ວຍ​ຮູບ​ແບບ “ສານ​ສົມ​ມຸດ​ຖານ”. “ສານ​ສົມ​ມຸດ​ຖານ” ໄດ້​ສ້າງຂຶ້ນ​ຈາກ​ຄະ​ດີ​ໃນ​ຕົວ​ຈິງ​ກ່ຽວ​ກັບ​ກາ​ນ​ກະ​ທຳນຳ​​ກຳ​ປັ່ນ ແລະ ຊາວ​ປະ​ມົງ​ໄປ​ຍັງ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ. ຜ່ານ​ການ​ດຳ​ເນີນ​ຄະ​ດີແບບສົມ​ມຸດ​ຖານ, ສະ​ພາ​ພິ​ພາກ​ສາ ໄດ້​ໄຈ້​ແຍກ​ຜົນ​ຕາມ​ມາ​ດ້ານ​ນິ​ຕິ​ທຳຂອງ​ການ​ກະ​ທຳ​ລະ​ເມີດ​ກ່ຽວ​ຂ້ອງ​ເຖິງ IUU ພາ​ໄປ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ນິ​ຕິ​ທຳ​ທີ່​ເຂັ້ມ​ງວດ, ແຕ່​ການ​ປັບ​ໄໝ​ດ້ານ​ບໍ​ລິ​ຫານ​ຕະຫຼອດ​ຮອດ​ການ​ປັບ​ໄໝ​ລົງ​ໂທດ​ທາງ​ອາ​ຍາ, ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຕ້​ານ IUU ຂອ​ງ ຫວຽດ​ນາມ ແລະ ການ​ແກ້​ໄຂ​ບັດ​ເຫຼືອງ ຂອງ ຄະ​ນະ​ກຳ​ມະ​ການ​ເອີ​ລົບ(EC) ຕໍ່​ສິນ​ທະ​ເລ ຫວຽດ​ນາມ, ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ຮ່ວມ​ມື​ກັບ​ສາ​ກົນ​ດ້ານ​ສິນ​ທະ​ເລ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top