• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຜະລິດຕະພັນເປັນມູນເຊື້ອຂອງຫວຽດນາມຢູ່ອິນເດຍ

ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ ທີ່​ງານ​ຕະ​ຫຼາດ​ນັດ
      ວັນ​ທີ 26/2, ງາ​ນ​ຕະຫຼາດ​ນັດ​ກຸ​ສົນ​ສາ​ກົນ Bazaar ໄດ້​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່ໂຮງ​ແຮມ Ashok ​ຢູ່​ໃຈ​ກາງ​ຂອງ​ນະ​ຄອນຫຼວງ ນີວ​ເດ​ລີ, ປະ​ເທດ ອິ​ນ​ເດຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ສະ​ຖານ​ທ​ູດ​ບັນ​ດາ​ປະ​ເທດ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນຫຼວງ ນີວ​ເດ​ລີ. ທີ່ງານ​ຕະຫຼາດ​ນັດ, ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​​ປະ​ດັບ​ປະ​ດາ​ທີ່​ປະ​ທັບ​ໃຈ, ແນະ​ນຳ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳທີ່​ອຸ​ດົມ​ສົມ​ບູນ​​ສ້າງ​ຄວາມດຶງ​ດູດ​ແຂກ​ຢ້ຽມ​ຊ​ົມ ແລະ ຊື້ເຄື່ອງ​ຂອງ​ເປັນ​ຈຳ​ນວນຫຼວງຫຼາຍ. ແຂ​ກ​ທີ່​ມາ​ຢ້ຽມ​ຊົມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ອາ​ຫານ​ຂອງ ຫວຽດ​ນາມ, ນັ້ນ​ແມ່ນ​ເຍື່ອງອ​າ​ຫານ ເຝີ ແລະ ຢໍ່​ຈືນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໂຕນ​ຊີງ​ແທ່ງ ກໍ່​ມາ​ຢ້ຽມ​ຢາມ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ.
        ງາ​ນ​ຕະຫຼາດ​ນັດ​ກຸ​ສົນ​ສາ​ກົນ Bazaarແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປ​ີ​ຂອງ​ຄະ​ນະ​​ທູ​ຕາ​ນຸ​ທູດ​ປະ​ຈຳ ອິ​ນ​ເດຍ, ໂດຍ​ສະ​ຫະ​ພັນ​ແມ່​ຍິງ​ກຸ່​ມ​ວັດ​ທະ​ນ​າ​ຖາ​ວອນ​ລວມ​ຢູ່ ນິວ​ເດ​ລີ ຈັດ​ຕັ້ງ. ໃນ​ແຕ່​ລະ​ປີ, ສະ​ຖານ​ທູດ ຫວຽດ​ນາມ ​ໄດ້ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ນີ້​.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top