• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຈຸດເດັ່ນການລົງທຶນຂອງຫວຽດນາມຢູ່ມາເລເຊຍ

      ວັນທີ 26 ກໍລະກົດ, ບໍລິສັດຮ່ວມທຸລະກິດ ເຂດອຸດສາຫະກໍາຫວຽດນາມ - ສິງກະໂປ ຈໍາກັດ (VSIP) ພ້ອມກັບຄູ່ຮ່ວມມືຈໍານວນໜຶ່ງ ໄດ້ສົມທົບກັບອົງການການຄ້າສະຖານທູດຫວຽດນາມປະຈໍາມາເລເຊຍ ຈັດຕັ້ງກອງປະຊຸມສໍາມະນາ ທີ່ມີຊື່ວ່າ “ຈຸດເດັ່ນຂອງການລົງທຶນທີ່ເຕັມໄປດ້ວຍຄວາມຫວັງ: ເປັນຫຍັງປັດຈຸບັນພັດແມ່ນຫວຽດນາມ”.

ທ່ານ ຟ້າມກັວກແອັງ ທູດການຄ້າຫວຽດນາມປະຈໍາມາເລເຊຍກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ
(ພາບ: vietnamplus.vn)
      ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຟ້າມກັວກແອັງ ທູດການຄ້າຫວຽດນາມປະຈໍາມາເລເຊຍ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ຜ່ານນັ້ນໄດ້ດຶງດູດນັກລົງທຶນໃນທົ່ວໂລກເປັນຈໍານວນຫຼາຍ, ໃນນັ້ນມີ ມາເລເຊຍ. ປັດຈຸບັນ, ມາເລເຊຍແມ່ນນັກລົງທຶນໃຫຍ່ອັນດັບທີ 8 ຂອງຫວຽດນາມ.
        ທ່ານ John Campell ທີ່ປຶກສາຂັ້ນສູງ, ຂຶ້ນກັບບໍລິສັດ Savills ຕີລາຄາວ່າ ຫວຽດນາມມີທ່າແຮງຫຼາຍພໍສົມຄວນ ເພື່ອສົນໃຈບັນດານັກລົງທຶນຕ່າງປະເທດ ນັ້ນແມ່ນ ຄ່າຈ້າງກໍາມະກອນຕໍ່າ; ຄ່າເຊົ່າດິນ ແລະ ຄ່າຂົນສົ່ງຜ່ານທາງທະເລມີລັກສະນະແກ່ງແຍ້ງສູງ; ຕະຫຼາດກວ້າງໃຫຍ່, ຫວຽດນາມ ມີພົນລະເມືອງ ກວ່າ 92 ລ້ານຄົນ ຢືນອັນດັບທີ 14 ໃນໂລກ, ພ້ອມທັງມີທີ່ຕັ້ງ ທີ່ຕິດກັບຫຼາຍຕະຫຼາດສົ້ນເຂົ້າ ແລະ ສົ້ນອອກ... ພິເສດແມ່ນ ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີຫຼາຍສະບັບຄື ສະຫະພາບເອີຣົບ, ສ.ເກົາຫຼີ ແລະ ສະບັບຫຼ້າສຸດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີີຟິກ (CPTPP). ນອກຈາກນັ້ນ, ຜູ້ຕາງໜ້າບໍລິສັດ VSIP ແລະບໍລິສັດ KPMG ຂອງມາເລເຊຍ ຍັງໂຄສະນາຈຸດດູດດື່ມອື່ນໆ ຂອງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ພິເສດແມ່ນບັນດານະໂຍບາຍຍບຸລິມະສິດພາສີ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top