• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກປ່ຽນບົດຮຽນຍົກສູງກຳລັງຄວາມສາມາດຂອງກົງຈັກຊ່ວຍວຽກສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ

      ຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຫງວຽນແຮ້ງຟຸກ ໄດ້ມີການເຮັດວຽກກັບທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ Leng Peng Long. 

ທີ່ການເຮັດວຽກ (ພາບ: TTXVN)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໄດ້ສະເໜີ 2 ຝ່າຍຊຸກຍູ້ການແລກປ່ຽນບັນດາຄະນະນັກຄົ້ນຄວ້າ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ ກໍ່ຄວນສືບຕໍ່ການໜູນຊ່ວຍ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ກົງຈັກຊ່ວຍວຽກຂອງ 2 ຝ່າຍ, ຕາມຄວາມສາມາດຕົວຈິງຂອງແຕ່ລະຝ່າຍ, ເໝະສົມກັບໂຄງການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ.
        ສ່ວນທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ Leng Peng Long ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງ 2 ປະເທດ ແມ່ນພື້ນຖານຂອງການເພີ່ມພູນຄູນສ້າງ, ຮັດແໜ້ນການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ  - ກຳປູເຈຍ, ຜ່ານນັ້ນ ປະກອບສ່ວນຍົກສູງບົດບາດຂອງອົງການນິຕິບັນຍັດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top