• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມລະຫວ່າງແຂວງ ກ໋ວາງຈິ ແລະ ແຂວງ ສະຫວັນນະເຂດ

      ຕອນຄ່ຳວັນທີ 22 ສິງຫາ, ທີ່ເທດສະບານເມືອງ ເກື໋ອຫວຽດ, ເມືອງ ຢໍລິງ (ແຂວງ ກ໋ວາງຈິ) ໄດ້ດຳເນີນກອງປະຊຸມພົບປະເຈລະຈາແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ; ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະຊາວໜຸ່ມ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ. 
            ທີ່ການພົບປະເຈລະຈາ, ທ່ານ ຫງວຽນແຄ໊ງຫວູ ເລຂາຄະນະຊາວໜຸ່ມແຂວງ ກ໋ວາງຈິ ແລະ ທ່ານ ພູລຳພອນ ສີຫາວົງ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງ ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະຊາວໜຸ່ມ 2 ແຂວງ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ ຄະນະຊາວໜຸ່ມຂອງ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ, ເຍົາວະຊົນ; ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມມີຄວາມຮັບຮູ້ກ່ຽວກັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ກໍ່ຄືການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ ຢ່າງເລິກເຊິ່ງກ່ວາອີກ…

 ທ່ານ ຫງວຽນແຄ໊ງຫວູ ເລຂາຄະນະຊາວໜຸ່ມແຂວງ ກ໋ວາງຈິ ແລະ ທ່ານ ພູລຳພອນ ສີຫາວົງ
ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງ ສະຫວັນນະເຂດ (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງເລຂາປະຈຳຄະນະພັກແຂວງ ກ໋ວາງຈິ ຫງວຽນດັງກວາງ ສະເໜີໃຫ້ ຄະນະຊາວໜຸ່ມ 2 ແຂວງ ກ໋ວາງຈິ  - ສະຫວັນນະເຂດ ເພີ່ມທະວີການສົມທົບກັນເຄື່ອນໄຫວໃນການສຶກສາໃຫ້ລຸ້ນໜຸ່ມ ສືບຕໍ່ກໍ່ສ້າງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top