• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຟງ​ລັງ​ຢັ້ງ​ຢືນ​ຈັດ​ວາງຖານ​ທີ່​ໝັ້ນ​ການ​ທະ​ຫານ NATO ຢູ່​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ

ທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດ ແຟງລັງ ໄດ້ຖະແຫຼງວ່າ Helsinki ຈະຈັດວາງຖານທີ່ໝັ້ນທີ່ສຳຄັນຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ເຂດຫ່າງຈາກຊາຍແດນລັດເຊຍ ປະມານ 200 ກີໂລແມັດ.
ດ່ານຊາຍແດນ Vaalimaa ລະຫວ່າງ ແຟນລັງ ແລະ ລັດເຊຍ (ພາບ: AFP/TTXVN)
ວັນທີ 27 ກັນຍາ, ທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດ ແຟງລັງ ໄດ້ຖະແຫຼງວ່າ Helsinki ຈະຈັດວາງຖານທີ່ໝັ້ນທີ່ສຳຄັນຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ເຂດຫ່າງຈາກຊາຍແດນລັດເຊຍ ປະມານ 200 ກີໂລແມັດ. ໂດຍຕອບຄຳຖາມຕໍ່ວົງການນັກຂ່າວ, ທ່ານ Antti Hakkanen ໃຫ້ຮູ້ວ່າ ສຳນັກງານໃໝ່ຂອງ NATO ທີ່ສະຫງວນໃຫ້ກົມກອງບັນຊາການທາງບົກ ເອີລົບເໜືອ ຈະໄດ້ຕັ້ງຢູ່ Mikkeli, ໜຶ່ງໃນບັນດານະຄອນໃກ້ກັບເສັ້ນຊາຍແດນຍາວ 1.340 ກີໂລແມັດ ຂອງແຟງລັງ ແລະ ລັດເຊຍ. ສຳນັກງານໃໝ່ນີ້ຈະຈັດວາງພະນັກງານນັບສິບຄົນ ທີ່ມາຈາກ ບັນດາປະເທດ ສະມາຊິກ NATO.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top