• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ຊົມງານວາງສະແດງດີຈີຕອນ ດ້ວຍຫົວຂໍ້ “ປະທານໂຮ່ຈີມິນ - ຜູ້ທີ່ຍອດຍິ່ງຂອງຊາດ, ຂອບຂະໜາດແຫ່ງຍຸກສະໄໝ” ເຊິ່ງລວມມີຮູບພາບ, ເອກະສານອັນລ້ຳຄ່າເກືອບ 300 ຢ່າງ ໄດ້ຈັດວາງສະແດງເປັນ 4 ພາກ, ລວມມີ: “ປະທານໂຮ່ຈີມິນ - ຜູ້ທີ່ສ້າງຂີດໝາຍແຫ່ງສະຕະວັດ”, “ປະທານໂຮ່ຈີມິນ - ສັນຍະລັກແຫ່ງຄວາມຍອດຍິ່ງ ແລະພະລັງຈິດໃຈຂອງຊາດ”, “ປະທານໂຮ່ຈີມິນ ໃນໃຈຂອງເພື່ອນມິດສາກົນ” ແລະ “ມໍລະດົກໂຮ່ຈີມິນ ຍືນຍົງຄົງຕົວ ແລະແສງສະຫວ່າງໃນຍຸກສະໄໝແຫ່ງການພັດທະນາໃໝ່ຂອງຊາດຫວຽດນາມ”.

  ປຶ້ມເຫຼັມຕ່າງໆ ກ່ຽວກັບລຸງໂຮ່ ທີ່ພິທີສະເຫຼິມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ  

ພ້ອມກັນນັ້ນ, ບັນດາຜູ້ແທນຍັງໄດ້ຮັບຊົມຮູບເງົາສາລະຄະດີ “ຫວຽດນາມ-ໂຮ່ຈີມິນ ຮັກສາໄວ້ເສັ້ນທາງ”. ຮູບເງົາເລື່ອງນີ້ໄດ້ວາດພາບຢ່າງເລິກເຊິ່ງກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດອັນລຽບງ່າຍຂອງປະທານໂຮ່ຈີມິນ, ພ້ອມທັງສົ່ງສານກ່ຽວກັບນ້ຳໃຈຮັກຊາດ, ເຈດຈຳນົງອັນໜັກແໜ້ນ ແລະຄວາມຄາດຫວັງເອກະລາດ, ອິດສະຫຼະພາບຂອງຊົນຊາດຫວຽດນາມ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ເນັ້ນໜັກວ່າ ເຫດການສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນ ແລະສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນເທົ່ານັ້ນ, ຫາກຍັງແມ່ນໂອກາດ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນໝົດທຸກຄົນ ສືບຕໍ່ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍການກະທຳທີ່ລະອຽດ, ແທດຈິງໃນການປະຕິບັດງານ ແລະຊີວິດການເປັນຢູ່.

  ບັນດາຜູ້ແທນ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ  

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ປຸກລະດົມຂະບວນການອ່ານປຶ້ມ ແລະຮໍ່າຮຽນຕະຫຼອດຊີວິດໃນທົ່ວຊຸມຊົນ, ເພື່ອສືບຕໍ່ຮັບເອົາ ແລະສືບທອດແນວຄິດອັນສູງສົ່ງຂອງປະທານໂຮ່ຈີມິນ ເຂົ້າໃນພຶດຕິກຳຕົວຈິງຂອງການດຳລົງຊີວິດ, ການອອກແຮງງານ ແລະການຮໍ່າຮຽນຂອງຊາວຫວຽດນາມແຕ່ລະຄົນຢູ່ດິນແດນປະເທດເພື່ອນມິດລາວ; ພ້ອມທັງປຸກລຸກນ້ຳໃຈຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງຕາມແບບຢ່າງອັນໃສແຈ້ງຂອງປະທານໂຮ່ຈີມິນ.

ບັນດາກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ ຢູ່ລາວ ໄດ້ດຳເນີນໄປຢ່າງສົມກຽດ ແລະມີຄວາມໝາຍເລິກເຊິ່ງ, ປະກອບສ່ວນສຶກສາອົບຮົມມູນເຊື້ອ, ແຜ່ຂະຫຍາຍແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ ແລະເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

(ແຫຼ່ງຄັດຈາກ qdnd.vn)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top