• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ຢາ​ລາຍ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ

ແຂວງຢາລາຍແມ່ນສະຖານທີ່ມີຫຼາຍຊົນເຜົ່າດຳລົງຊີວິດ, ພໍ່ແມ່ປະຊາຊົນເຊື່ອຖືຕາມ 5 ສາສະໜາ. ເພາະສະນັ້ນ, ວຽກງານໂຄສະນາກ່ຽວກັບວັນເລືອກຕັ້ງໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກຄະນະສາສະໜາແຂວງ, ທ່ານ ຫງວຽນວັນໂນ ຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍ,
ທ່ານ ຫງວຽນວັນໂນຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍຕອບສຳພາດຕໍ່ນັກຂ່າວ

ມາຮອດປັດຈຸບັນ, ແຂວງຢາລາຍໄດ້ສ້າງຕັ້ງ 3 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ຕາມ 3 ຫົວໜ່ວຍເລືອກຕັ້ງ ໂດຍສະພາເລືອກຕັ້ງ ແຫ່ງຊາດກຳນົດ, ສ້າງ 21 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ XII, 176 ຄະນະເລືອກຕັ້ງ ສະພາປະຊາຊົນຂັ້ນເມືອງ ແລະ 1367 ຄະນະເລືອກຕັ້ງສະພາປະຊາຊົນຂັ້ນຕາແສງ.

        ແຂວງຢາລາຍແມ່ນສະຖານທີ່ມີຫຼາຍຊົນເຜົ່າດຳລົງຊີວິດ, ພໍ່ແມ່ປະຊາຊົນເຊື່ອຖືຕາມ 5 ສາສະໜາ. ເພາະສະນັ້ນ, ວຽກງານໂຄສະນາກ່ຽວກັບວັນເລືອກຕັ້ງໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກຄະນະສາສະໜາແຂວງ, ທ່ານ ຫງວຽນວັນໂນ ຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍໃຫ້ຮູ້ວ່າ:

        ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021  2026, ພວກຂ້າພະເຈົ້າໄດ້ເຜີຍແຜ່ເນື້ອໃນເລືອກຕັ້ງໄປຍັງບັນດາຜູ້ມີຍົດສັກຕຳແໜ່ງ. ຜ່ານບັນດາຜູ້ມີຍົດສັກນັ້ນ ຈະເຜີຍແຜ່ໄປຍັງສາສະນິກະຊົນ ຂອງບັນດາສາສະໜາຢູ່ທ້ອງຖິ່ນ ເພື່ອເຮັດແນວໃດ ເຮັດໃຫ້ວັນເລືອກຕັ້ງ 23 ພຶດສະພາ 2021 ບັນດາສາສະນິກະຊົນໝົດທຸກຄົນຈະໄປໄຊ້ສິດ ແລະ ປະຕິບັດພັນທະຂອງຕົນເຂົ້າຮ່ວມການເລືອກຕັ້ງຢ່າງຖືກຕ້ອງຕາມກຳນົດຂອງກົດໝາຍຢ່າງເຂັ້ມງວດ. 
 

(ແຫຼ່ງຄັດຈາກ VOV)

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ.

Top