• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ກ໋​ວາງ​ນິງ ( ຫວຽດ​ນາມ )ໜູນ​ຊ່ວຍ​ແຂວງ ຫຼວງ​ພະ​ບາງ ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.
ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ພາບ: TTXVN)

ຕອນບ່າຍວັນທີ 31 ທັນວາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ປະເທດລາວ). ນີ້ແມ່ນຂອງຂວັນຂອງແຂວງກ໋ວາງນິງ ໜູນຊ່ວຍແຂວງຫຼວງພະບາງ (ໂດຍແມ່ນໜຶ່ງ ໃນ 3 ແຂວງທາງພາກເໜືອລາວ ແຂວງກ໋ວາງນິງໜູນຊ່ວຍໃນຄັ້ງນີ້) ເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19. ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.

ສ່ວນທ່ານ ຄຳຂັນ ຈັນທະວີສຸກ ໄດ້ເປັນກຽດສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນິງໄດ້ມອບຂອງຂວັນທີ່ມີຄວາມໝາຍນີ້, ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ການແບ່ງປັນຂອງແຂວງກ໋ວາງນິງ ກັບ 2 ແຂວງແຮກສ່ຽວຢູ່ທາງພາກເໜືອລາວເວົ້າລວມ ແລະ ແຂວງຫຼວງພະບາງເວົ້າສະເພາະ. ທ່ານ ຄຳຂັນ ຈັນທະວີສຸກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນ້ຳໃຈ ແລະ ການຮ່ວມມື, ການໜູນຊ່ວຍລະຫວ່າງ ແຂວງ ກ໋ວາງນິງ ແລະ ຫຼວງພະບາງຈະນັມມື້ນັບສະໜິດຕິດແທດກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top