• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງລອງອານຕ້ອງຍາດແຍ່ງທຸກກາລະໂອກາດສະດວກເພື່ອກ່າຍເປັນແຂວງຮັ່ງມີ


ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ອວຍ​ພອນ​ບຸນ​ເຕັດ​
ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ແຂວງ​ລອງ​ອານ
(ພາບ: nhandan)
      ​ຕອນ​ເຊົ້າ​ວັນ​ທີ 06/02, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄ​ດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ແຂວງ​ລອງ​ອານ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ, ແຂວງ​ລອງ​ອານ ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ, ສຸມ​ທຸກ​ແຫຼ່ງ​ກຳ​ລັງ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ​້າ​ນ​ພູມ​​ສາດ, ອ​ຸດ​ສາ​ຫະ​ກຳ, ການ​ຄ້າ ການ​ບໍ​ລິ​​ຫານ ເພື່ອ​ສາ​ມາດ​ກ່າຍ​ເປັນ​ແຂວງ​ຮັ່ງ​ມີ​ໂດຍ​ໄວ​. ທ່ານ​ປະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ, ຈະ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ໂ​ດຍ​ສະ​ເພາະ​ແມ່ນ​ເມື່ອ​ມີ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່​ຫຼາຍ​ສະ​ບັບ​ມີ​ຜົນ​ສັກ​ສິດ, ນຳ​ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ ແລະ ການ​ແກ່ງ​ແຍ່ງກໍ​​ແຂງແຮງກວ່າ, ສະ​ນັ້ນ​ແຂວງ​ລອງ​ອານ ຕ້ອງ​​ຍາດ​ແຍ່ງ​​ທຸກກາ​ລະ​ໂອ​ກາດເພື່ອ​ບັນ​ລຸ​ໄດ້.
      “ຍ້ອນ​ຜົນ​ງານ​ຂອງວິ​ວັດ​ແຫ່ງ​ການ​ປ່ຽ​ນ​ແປ່ງ​ໃໝ່ ເຮັດ​ໃຫ້​ອິດ​ທິ​ພົນ​ຊື່​ສ​ຽງ, ບົດ​ບາດ, ທີ່​ຕັ້ງ​ຂອງ​ປະ​ເທດ​ເຮົາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ຕ້ອງ​ຢືນ​ຢັນ​ສິ່ງ​ດັ່​ງ​ກ່າວ. ເພ​ື່ອນ​ມິດ​ສາ​ກົນ​ນັບ​ມື້​ນັບ​ຫຼາຍ, ມີ​ຫຼາຍ​ປະ​ເທດ​ຢາກ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ. ຖ້າບໍ່​ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້​ເພື່ອ​ພັດ​ທະ​ນາ​ຢ່າງ​ໄວ, ສິ່ງ​ທ້າ​ທາຍ​ຈະ​ຍິ່ງ​ໃຫຍ່​ຫຼວງ”.
(ແຫຼ່ງຄັດຈາກ VOV)
 
 

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top