• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ກ໋ວາງຫງາຍ ແລະ ກ໋ວາງນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກພະຍຸ Movale

      ວັນທີ 29 ຕຸລາ, ບັນດາທ້ອງຖິ່ນຢູ່ແຂວງ ກ໋ວາງຫງາຍ ພວມສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫລັງ ພາຍຫລັງພະຍຸ Movale ພັດເຂົ້າ. ການສ້ອມແປງໂຮງຮຽນ, ຮາກຖານສາທາລະນະສຸກ ແລະ ເຊື່ອມຕໍ່ການຈະລາຈອນທີ່ຖືກອຸດຕັນຍ້ອນຕົ້ນໄມ້ຫັກລົ້ມ ແມ່ນບັນດາວຽກງານບຸລິມະສິດແຖວໜ້າ.

ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫລັງຈາກພະຍຸ Movale (ພາບ: TTXVN)
      ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ທົ່ວແຂວງ ກ໋ວາງຫງາຍ ມີຫລັງຄາເຮືອນກ່ວາ 85.000 ຫລັງຖືກເປ່ເພ. ເຮືອນຊານຂອງປະຊາຊົນເກືອບ 200 ຫລັງຖືກພັງລົງ. ເຄຫະສະຖານ, ສຳນັກງານຫລາຍແຫ່ງຖືກເປ່ເພ. ທາງຄົມມະນາຄົມຫລາຍເສັ້ນຖືກອຸດຕັນຍ້ອນດິນເຊາະເຈື່ອນ, ຕົ້ນໄມ້ຫັກລົ້ມ. ພະຍຸແຮງ ແລະ ຝົນຕົກໜັກໄດ້ເຮັດໃຫ້ເຮືອນຊານນັບຫລາຍພັນຫລັງຖືກນ້ຳຖ້ວມຈົມຢູ່ໃຕ້ໜ້ານ້ຳ. ປະຈຸບັນ, ບັນດາທ້ອງຖິ່ນພວມສຸມໃສ່ແກ້ໄຂສ້ອມແປງບັນດາໂຮງຮຽນຖືກເປ່ເພ, ຮາກຖານສາທາລະນະສຸກ ແລະ ທາງຄົມມະນາຄົມ, ສ້າງຊີວິດການເປັນຢູ່ໃຫ້ປະຊາຊົນເປັນປົກກະຕິໂດຍໄວ. ທ່ານນາງ ບຸຍທິກິ່ວງເວິນ, ເລຂາຄະນະພັກແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ: ແຂວງໄດ້ຊີ້ນຳບັນດາກຳລັງທີ່ກ່ຽວຂ້ອງ ໜູນຊ່ວຍປະຊາຊົນສ້ອມແປງເຮືອນຊານທີ່ຖືກເປ່ເພໂດຍໄວ.
        ກ່ຽວກັບເຫດການດິນເຈື່ອນ 2 ຄັ້ງຢູ່ແຂວງ ກ໋ວາງນາມ, ທະຫານເຂດ 5, ແຂວງ ກ໋ວາງນາມ ແລະ ເມືອງ ນາມຈາມີ ພວມຜັນຂະຫຍາຍວຽກງານຊອກຫາບັນດາຜູ້ຫາຍສາບສູນໃນເຫດການດັ່ງກ່າວໂດຍໄວ. ທ່ານ ເຈິ່ນຢຸຍຢຸງ, ປະທານຄະນະກຳມະການປະຊາຊົນເມືອງ ນາມຈາມີ, ແຂວງ ກ໋ວາງນາມ ໃຫ້ຮູ້ວ່າ: ອຳນາດການປົກຄອງ ພວມສືບຕໍ່ຊ່ວຍປະຊາຊົນມີບ່ອນຢູ່ຊົ່ວຄາວ, ໜູນຊ່ວຍບັນດາເງື່ອນໄຂຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top