• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກ​ທ່ອງ​ທ່ຽວ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ແລະ ເອີ​ລົບ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

ໄລ່ສະເພາະເດືອນ ຕຸລາ ປີ 2024, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 1,42 ລ້ານເທື່ອຄົນ, ໃນນັ້ນຈຳນວນແຂກທ່ອງທ່ຽວ ອາຊີ ແລະ ເອີລົບສືບຕໍ່ເພີ່ມຂຶ້ນຢ່າງແຮງ.
ແຂກທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈີມິນ (ພາບ: VOV)
ວັນທີ 6 ພະຈິກ, ກົມການທ່ອງທ່ຽວ ແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ ໃນ 10 ເດືອນຂອງປີນີ້, ມີແຂກທ່ອງທ່ຽວສາກົນກ່ວາ 14,1 ລ້ານເທື່ອຄົນໄດ້ມາຫວຽດນາມ ,ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໄລ່ສະເພາະເດືອນ ຕຸລາ ປີ 2024, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 1,42 ລ້ານເທື່ອຄົນ, ໃນນັ້ນຈຳນວນແຂກທ່ອງທ່ຽວ ອາຊີ ແລະ ເອີລົບສືບຕໍ່ເພີ່ມຂຶ້ນຢ່າງແຮງ. ກ່ຽວກັບຂອບເຂດຂອງການຕະຫຼາດ, ອາຊີປະກອບສ່ວນເກືອບ 80% ຈຳນວນແຂກທ່ອງທ່ຽວສາກົນທັງໝົດມາ ຫວຽດນາມ. ສະເພາະ 4 ຕະຫຼາດໃຫຍ່ຢູ່ອາຊີຕາເວັນອອກສ່ຽງເໜືອລວມມີ: ສ.ເກົາຫຼີ, ຈີນ, ໄຕ້ຫວັນ (ສປ.ຈີນ), ຍີ່ປຸ່ນ ປະກອບສ່ວນເກືອບ 60%. ໃນຂະນະນັ້ນ, ໃນເດືອນຕຸລາປີນີ້, ແຂກທ່ອງທ່ຽວເອີລົບມາຈາກ ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ, ແດນມາກ, ນອກແວ, ຊູແອັດ, ລັດເຊຍ… ໄດ້ເພີ່ມຂຶ້ນທີ່ເປັນໜ້າຊື່ນຊົມເມື່ອທຽບໃສ່ກັບເດືອນກັນຍາ. ນີ້ລ້ວນແຕ່ແມ່ນບັນດາຕະຫຼາດທີ່ໄດ້ຮັບນະໂຍບາຍຍົກເວັ້ນວິຊາເຂົ້າເມືອງ ຫວຽດນາມ ດ້ວຍເວລາພັກເຊົ່າຂຶ້ນເຖິງ 45 ວັນ, ເຊິ່ງໄດ້ນຳໃຊ້ແຕ່ວັນທີ 15 ສິງຫາ 2023. ດ້ວຍບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ, ກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມຕັ້ງຄວາມຫວັງວ່າ ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນຢ່າງຕັ້ງໜ້າໃນເວລາຈະມາເຖິງ, ບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 17 ລ້ານເທື່ອຄົນໃນປີນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top