• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນໄຕມາດ 1 ປີ 2017 ບັນລຸກ່ວາ 3,2 ລ້ານເທື່ອຄົນ

(ພາບປະກອບ)
      ວັນ​ທີ 28/03 ກົມ​ໃຫຍ່​ທ່ອງທ່ຽວ ຫວຽດນາມ (ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງທ່ຽວ) ​ໃຫ້​ຮູ້​ວ່າ: ​ແຂກ​ທ່ອງທ່ຽວ​ສາກົນມາຢ້ຽມຢາມ ຫວຽດນາມ ​ໃນ 3 ​ເດືອນຕົ້ນ​ປີ 2017 ບັນລຸ​ກ່ວາ 3,2 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 29% ​ເມື່​ອທຽບ​ໃສ​ໄລຍະ​ດຽວ​ກັນປີ 2016. ນີ້​ແມ່ນ​ໝາກຜົນ​ທີ່​ດີ, ຮັບ​ຮູ້​ຄວາ​ມມານະ​ພະຍາຍາມ​ຂອງ​ຂະ​​ແໜງ​ການທ່ອງທ່ຽວ ຫວຽດນາມ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2017, ສ້າງ​ປະຖົມປັດ​ໃຈ ​ເພື່ອ​ປະຕິບັ​ດຄາດໝາຍ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ​ໃຫ້​ໄດ້ 11,5 ​ເທື່ອ​ຄົນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 66 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ແຂ​ກທ່ອງ​ທ່ຽວ​ໃຫ້​ບັນລຸ 460.000 ຕື້​ດົ່ງ. ນັບ​ແຕ່​ຕົ້ນ​ປີ 2017, ຂະ​ແໜງທ່ອງທ່ຽວ ຫວຽດນາມ ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ສົ່ງ​ເສີມ, ຮ່ວມ​ມື​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ. ​ໃນ​ນັ້ນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ປີ​ຮ່ວມ​ມື​ການທ່ອງທ່ຽວ ອາ​ຊຽນ - ຈີນ 2017 ​ເຊິ່ງດຳ​ເນີນ​ຢູ່​ປະ​ເທດ ຟີ​ລີບຟິນ (​ແຕ່​ວັນ​ທີ 15 – 17/03). ​ເຫດການ​​​ໄດ້​ປະກອບສ່ວນ​ຊຸກຍູ້​ແລກປ່ຽນ​ແຂກ​ທ່​ອງທ່ຽວຢູ່ 2 ສົ້ນ ​ແລ​ະ ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ຝ່າຍ. ​ແລະ​ກໍ່​ໃນ​ເດືອນ 3/2017, ຂະ​ແໜງທ່ອງທ່ຽວ ຫວຽດນາມ ​ເຂົ້າ​ຮ່ວມງານ​ຕະຫລາດ​ນັດສາກົນ MITT - ​​ເຊິ່ງແມ່ນ​ໜຶ່ງ​ໃນ​ 5 ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ໃຫຍ່​ສຸດ​ໃນ​ໂລກ​ຢູ່ ມົດສະກູ (ສະຫະພັນ ລັດ​ເຊຍ).
 (ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top