• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເພີ່ມຂຶ້ນໃນ 3 ເດືອນຕົ້ນປີ 2025

ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,85 ລ້ານເທື່ອຄົນ, ເພີ່ມຂຶ້ນ 17,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ໂຮ່ຈີມິນ ຄາດວ່າບັນລຸ 1,63 ລ້ານເທື່ອຄົນ (ພາບ: TTXVN)

ຕາມພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ໃນ 3 ເດືອນຕົ້ນປີ 2025, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,85 ລ້ານເທື່ອຄົນ, ເພີ່ມຂຶ້ນ 17,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ, ໃນໄລຍະຈະມາເຖິງ, ພະແນກທ່ອງທ່ຽວ ຮ່າໂນ້ຍ ສືບຕໍ່ຜັນຂະຫຍາຍ, ສະເໜີບັນດາຜະລິດຕະພັນທ່ອງທ່ຽວໃໝ່ - ຜະລິດຕະພັນທ່ອງທ່ຽວລົງຕົວຈິງ ຕິດພັນກັບບັນດາຄຸນຄ່າມໍລະດົກ - ປູຊະນີຍະສະຖານ; ຈັດບັນດາລາຍການທີ່ດຶງດູດໃຈ, ເປັນເອກະລັກສະເພາະ, ໂຄສະນາການທ່ອງທ່ຽວນະຄອນຫຼວງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສຸມໃສ່ເຂົ້າວຽກງານສື່ສານ, ໂຄສະນາໂດຍສຸມໃສ່ບັນດາຕະຫຼາດທີ່ເປັນເປົ້າໝາຍ. ບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນໃນປະຈຸບັນຍັງແມ່ນຕະຫຼາດທ່ອງທ່ຽວພວມມີການເຕີບໂຕ. ພ້ອມກັນນັ້ນ, ພັດທະນາການທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນ”.

ສ່ວນຕາມພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວ, ໃນ 3 ເດືອນຕົ້ນປີ 2025, ແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ຄາດວ່າບັນລຸ 1,63 ລ້ານເທື່ອຄົນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top