ຂ່າວສານ
ເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ ຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກວ່າອີກ
ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ຮຸງກາວ ຜູ້ຮັກສາການລັດຖະມົນຕີກະຊວງທະຫານເຮືອ ອາເມລິກາ ພວມມີການຢ້ຽມຢາມ ຫວຽດນາມ, ທ່ານຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ, ສຸມໃສ່ເຂົ້າບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບຳລຸງສ້າງ, ຄວາມໝັ້ນຄົງທາງທະເລ, ອຸດສາຫະກຳດ້ານປ້ອງກັນຊາດ, ການຮ່ວມມືດ້ານການທະຫານ, ເຫຼົ່າຮົບ… ຫວຽດນາມ ປາດຖະໜາຢາກຝ່າຍ ອາເມລິກາ ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມໃຫ້ປະກົດຜົນເປັນຈິງ, ໃນນັ້ນມີການເພີ່ມເງິນ 130 ລ້ານ USD ໃຫ້ແກ່ໂຄງການກຳຈັດມົນລະພິດທາດດີໂອຊິນຢູ່ສະໜາມບິນບຽນຮວ່າ, ທ່ານສະເໜີສອງຝ່າຍສ້າງໂຄງການໃຫ້ສຳເລັດກ່ອນປີ 2030. ຢັ້ງຢືນວ່າ ກະຊວງປ້ອງກັນຊາດ ຫວຽດນາມ ຈະປະສານສົມທົບຢ່າງແໜ້ນແຟ້ນ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຄົ້ນພົບທະຫານ ອາເມລິກາ ຫາຍຊາບສູນໃນປາງສົງຄົມ (MIA) ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ປາດຖະໜາຢາກໃຫ້ ອາເມລິກາ ເພີ່ມທະວີການແບ່ງປັນຂໍ້ມູນຂ່າວ, ເອກະສານ, ວັດຖຸອຸປະກອນທີ່ກ່ຽວຂ້ອງເຖິງທະຫານ ຫວຽດນາມໃນສົງຄົມ ເພື່ອໜູນຊ່ວຍການຍົກສູງຄວາມສາມາດໃນການຢັ້ງຢືນ ADN ອັດຖິສົງຄາມ.
ສ່ວນທ່ານ ຮຸ່ງ ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ອາເມລິກາ ໃນໄລຍະຜ່ານມາ, ພິເສດກ່ຽວກັບຂົງເຂດການເດີນເຮືອ. ທ່ານ ຮຸ່ງກາວປາດຖະໜາຢາກໃນໄລຍະຈະມາເຖິງ ສອງຝ່າຍຈະສືບຕໍ່ປະສານສົມທົບ, ຊຸກຍູ້ການຮ່ວມມືໃນຂົງເຂດນີ້, ຜ່ານນັ້ນປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດເວົ້າສະເພາະ ແລະ ລະຫວ່າງສອງປະເທດເວົ້າລວມເລິກເຊິ່ງກວ່າອີກ.






