ໂດຍຕອບຮັບຄຳເຊີນຂອງທ່ານ ອະນຸທິນ ຊານວິຣະກຸນ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ໄທ ແລະ ພັນລະຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ຈະໄປຢ້ຽມຢາມ ໄທ ຢ່າງເປັນທາງການ, ແຕ່ວັນທີ 27 – 29 ພຶດສະພາ.
ກ່ອນການເດີນທາງໄປຢ້ຽມຢາມ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ແລກປ່ຽນກັບນັກຂ່າວ VOV ປະຈຳ ໄທ ກ່ຽວກັບບັນດາບຸລິມະສິດການຮ່ວມມືໃນໄລຍະຈະມາເຖິງ, ທ່ານເອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ:
“ນອກຈາກບັນດາຂົງເຂດທີ່ເປັນມູນເຊື້ອ ທີ່ໄດ້ ແລະ ພວມແມ່ນເສົາຄ້ຳຂອງການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ຄື: ການລົງທຶນ, ການຄ້າ, ທ່ອງທ່ຽວ, 2 ປະເທດກໍ່ແບ່ງປັນເປົ້າໝາຍພັດທະນາລວມແມ່ນ ການພັດທະນາແບບຍືນຍົງ. ພິເສດ, ໃນການພັດທະນາແບບຍືນຍົງ, 2 ປະເທດອາດສາມາດຮ່ວມມືໃນຂົງເຂດເສດຖະກິດທະເລ, ບັນຫາການປະມົງ ຫຼື ພະລັງງານສີຂຽວ, ພະລັງງານສະອາດ, ກໍຄືການຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ 2 ປະເທດ ໃນສະພາບການໂລກທີ່ມີການຜັນແປ ຍາກທີ່ຈະຄາດຄະເນໄດ້”.







