ການປະເຊີນໜ້າກັບບັນດາການປ່ຽນແປງໃນນະໂຍບາຍທີ່ມີລັກສະນະບາດລ້ຽວຂອງອຳນາດການປົກຄອງ ອາເມລິກາ ຕໍ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ບັນດາປະເທດ ເອີລົບ ພວມຮີບເຮັ່ງສ້າງແຜນການສະເພາະ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແລະ ໃຫ້ແກ່ທະວີບນີ້ເອງໃນອະນາຄົດ.
ວັນທີ 02 ມີນາ, ປະມຸກລັດຂອງ 16 ປະເທດ ເອີລົບ, ການາດາ, ພ້ອມກັບການນຳສະຫະພາບ ເອີລົບ (ອີຢູ), ພັນທະມິດການທະຫານອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ຕວັກກີ ໄດ້ໂຮມປະຊຸມສຸດຍອດດ້ານປ້ອງກັນຊາດຢູ່ນະຄອນຫຼວງ ລອນດອນ (ປະເທດ ອັງກິດ) ເພື່ອປຶກສາຫາລືແຜນການໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແລະ ສ້າງກຳລັງຄວາມສາມາດດ້ານປ້ອງກັນຊາດໃນອະນາຄົດໃຫ້ແກ່ ເອີລົບ.
ເອີລົບ ຢືນຢູ່ 3 ແຍກປະຫວັດສາດ
ສິ້ນສຸດບັນດາການສົນທະນາຫຼາຍຝ່າຍ ແລະ 2 ຝ່າຍຢູ່ ລອນດອນ ໃນຕອນຄ່ຳວັນທີ 02 ມີນາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ແຈ້ງໃຫ້ຊາບວ່າ, ກອງປະຊຸມໄດ້ເປັນເອກະພາບ 4 ຈຸດກ່ຽວຂ້ອງເຖິງວິວັດການແກ້ໄຂການປະທະກັນ ລັດເຊຍ - ຢູແກຼນ, ລວມມີ: ຮັກສາການອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ; ຮັບປະກັນການເຂົ້າຮ່ວມຂອງ ຢູແກຼນ ທີ່ບັນດາການເຈລະຈາ; ເອີລົບ ວາງເປົ້າໝາຍສະກັດກັ້ນບໍ່ວ່າການບຸກໂຈມຕີໃດໆແນໃສ່ ຢູແກຼນ ໃນອະນາຄົດ; ສ້າງຕັ້ງ “ສຳພັນທະມິດດ້ວຍຄວາມສະໝັກໃຈ” ເພື່ອປົກປ້ອງ ຢູແກຼນ ແລະ ຮັບປະກັນສັນຕິພາບຢ່າງຍາວນານຢູ່ທີ່ນີ້. ໃນຕໍ່ໜ້າ, ສຳລັບເປົ້າໝາຍທຳອິດແມ່ນຮັກສາການອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ, ອັງກິດ ຈະສະໜອງໃຫ້ ຢູແກຼນ ບ້ວງເງິນສິນເຊື່ອສົ່ງອອກທີ່ມີມູນຄ່າ 2,01 ຕື້ USD ເພື່ອຊື້ລູກສອນໄຟປ້ອງກັນອາກາດໃໝ່ 5.000 ລູກ, ເຊິ່ງໄດ້ຜະລິດຢູ່ Belfast (ອຽກລັງເໜືອ).
ກ່ຽວກັບໄລຍະກາງ, ອັງກິດ, ຝລັ່ງ ແລະ ບັນດາປະເທດອື່ນໄດ້ເຫັນດີຮ່ວມມກັບ ຢູແກຼນ ກ່ຽວກັບແຜນການແນໃສ່ຢຸດຕິການປະທະກັນ, ໃນນັ້ນ, ຈຸດສຸມແມ່ນສະເໜີເລື່ອງຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງ ເອີລົບ ໄປຍັງ ຢູແກຼນ ເພື່ອຮັກສາຄຳສັ່ງຢຸດຍິງ ຫຼື ຂໍ້ຕົກລົງສັນຕິພາບ, ໃນກໍລະນີບັນດາຝ່າຍບັນລຸໄດ້ຂໍ້ຕົກລົງນີ້. ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ຖະແຫຼງວ່າ:
“ບັນດາການນຳຂອງພວກຂ້າພະເຈົ້າໄດ້ເຫັນດີຈະພົບປະກັນຄືນໃໝ່ໂດຍໄວ ເພື່ອຮັກສາລະດັບຄວາມຄືບໜ້າການກະທຳໃນປະຈຸບັນ ແລະ ພ້ອມກັນຊຸກຍູ້ແຜນການລວມດັ່ງກ່າວ. ພວກເຮົາພວມຢືນຢູ່ 3 ແຍກປະຫວັດສາດ ແລະ ປະຈຸບັນບໍ່ແມ່ນຈຸດເວລາເພື່ອເວົ້າ ຫາກແມ່ນເພື່ອມີການກະທຳ, ເພື່ອກ້າວຂຶ້ນ ແລະ ເຕົ້າໂຮມຄວາມສາມັກຄີປິ່ນອ້ອມແຜນການຮັບປະກັນໃຫ້ພື້ນຖານສັນຕິພາບດ້ວຍຄວາມຍຸດຕິທຳ ແລະ ຍາວນານ”.
ມີການກະທຳທີ່ໜ້າສົນໃຈອື່ນອີກ ທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແຈ້ງໃຫ້ຊາບພາຍຫຼັງກອງປະຊຸມແມ່ນເລື່ອງ ສະເໜີຄຳສັ່ງຢຸດຍິງຊົ່ວຄາວໃນເວລາ 1 ເດືອນຢູ່ ຢູແກຼນ. ຕາມທ່ານແລ້ວ, ຄຳສັ່ງຢຸດຍິງດັ່ງກ່າວລວມມີການຢຸດຍິງທຸກການກະທຳດ້ານການທະຫານທາງອາກາດ, ທາງທະເລ ແລະ ແນໃສ່ບັນດາພື້ນຖານໂຄງລ່າງພະລັງງານຂອງບັນດາຝ່າຍ. ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Noel Barrot, ໃຫ້ຮູ້ວ່າ:
“ນີ້ແມ່ນປະຖົມປັດໄຈໃຫ້ແກ່ສັນຕິພາບ ຍ້ອນຄຳສັ່ງຢຸດຍິງທາງອາກາດ, ທາງທະເລ ແລະ ແນໃສ່ພື້ນຖານໂຄງລ່າງພະລັງງານ ຈະອະນຸຍາດໃຫ້ພວກເຮົາພິສູດໄດ້ເຖິງເຈດຕະນາດີຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ຖ້າທ່ານເຫັນດີຕໍ່ຂໍ້ສະເໜີດັ່ງກ່າວ. ໃນຂະນະນັ້ນ, ບັນດາການເຈລະຈາສັນຕິພາບຈະເລີ່ມຈັດຂຶ້ນ ຍ້ອນພວກຂ້າພະເຈົ້າຢາກໃຫ້ມີພື້ນຖານສັນຕິພາບຢ່າງໝັ້ນຄົງ ແລະ ຍາວນານ”.
ໂດຍມີປະຕິກິລິຍາຕໍ່ໝາກຜົນຂອງກອງປະຊຸມຢູ່ ລອນດອນ, ພ້ອມກັບການສະເໜີຂອງບັນດາປະເທດ ເອີລົບ, ທ່ານ Dmitry Peskov, ໂຄສົກວັງ Kremlin, ຖືວ່າ ບັນດາປະເທດ ເອີລົບ ຍັງບໍ່ທັນວາງບຸລິມະສິດໃຫ້ແກ່ສັນຕິພາບຢ່າງແທ້ຈິງ ແລະ ແຜນການຂອງ ເອີລົບ ມີຄວາມສ່ຽງແກ່ຍາວການປໍລະປັກໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ສິ່ງທ້າທາຍໃນການຫັນຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ
ກອງປະຊຸມສຸດຍອດ ລອນດອນ ອັດລົງອາທິດ 1 ດ້ວຍການດຳເນີນການພົວພັນດ້ານການທູດຢ່າງຕໍ່ເນື່ອງ ແລະ ວຸ້ນວາຍຂອງບັນດາປະເທດ ເອີລົບ ກ່ຽວຂ້ອງເຖິງການແກ້ໄຂບັນດາການປະທະກັນ ລັດເຊຍ - ຢູແກຼນ ແລະ ກຳນົດໂຄງສ້າງຄວາມໝັ້ນຄົງໃນອະນາຄົດຂອງ ເອີລົບ. ຕາມວົງການນັກສັງເກດການແລ້ວ, ບັນດາສານທີ່ຕັ້ງໜ້າທີ່ ລອນດອນ ຍົກອອກມາສາມາດຊ່ວຍໃຫ້ ເອີລົບ ຫຼຸດຜ່ອນຜົນສະທ້ອນທີ່ຫຍໍ້ທໍ້ໃນການພົບປະລະຫວ່າງການນຳ ອາເມລິກາ - ຢູແກຼນ ໃນວັນທີ 28 ກຸມພາ ໄດ້ສ່ວນໃດສ່ວນໜຶ່ງ, ໃນສະພາບທີ່ ເອີລົບ ຍັງມີຄວາມວິຕົກກັງວົນຈະຖືກປັດເຂ່ຍອອກຈາກບັນດາການເຈລະຈາ 2 ຝ່າຍລະຫວ່າງ ອາເມລິກາ ແລະ ລັດເຊຍ. ທ່ານນາງ Bronwen Maddox, ຫົວໜ້າສະຖາບັນຄົ້ນຄວ້າ Chatham House (ອັງກິດ), ໃຫ້ຂໍ້ສັງເກດວ່າ:
“ສຳພັນທະມິດດ້ວຍຄວາມສະໝັກໃຈຄວາມອາດສາມາດຫັນປ່ຽນທຸກວຽກງານທີ່ກ່ຽວຂ້ອງເຖິງການກະທຳຂອງການເຈລະຈາໃນປະຈຸບັນ. ຂ້າພະເຈົ້າຄິດວ່າ, ບັນດາການສະແດງໃຫ້ເຫັນຄຳໝັ້ນສັນຍາຫຼາຍພໍສົມຄວນຂອງ ເອີລົບ, ຂອງບາງປະເທດ ເອີລົບ ທີ່ໄດ້ຄັດເລືອກ, ຊີ້ໃຫ້ເຫັນວ່າ ເອີລົບ ຕ້ອງແມ່ນສ່ວນໜຶ່ງຂອງບັນດາການເຈລະຈາສັນຕິພາບ”.
ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນບັນດາປະເທດ ອີຢູ ທັງໝົດສະໜັບສະໜູນແຜນການດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ຖະແຫຼງວ່າ, ບັນດາຂໍ້ຕົກລົງທີ່ການນຳ ເອີລົບ ຍົກອອກມາຢູ່ ລອນດອນ, ໃນນັ້ນມີເນື້ອໃນເພີ່ມທະວີການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ, ແມ່ນ “ຜິດພາດ ແລະ ອັນຕະລາຍ”, ພ້ອມກັນນັ້ນກໍ່ກ່າວເຕືອນວ່າ ຮຸງກາຣີ ຈະກີດຂວາງເລື່ອງ ອີຢູ ເພີ່ມລາຍຈ່າຍດ້ານການທະຫານ. ນັບທັງເລື່ອງສ້າງ “ສຳພັນທະມິດດ້ວຍຄວາມສະໝັກໃຈ” ໜູນຊ່ວຍ ຢູແກຼນ ກໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ ເມື່ອບາງປະເທດ, ຄື: ອີຕາລີ, ເຢຍລະມັນ, ໂປໂລຍ… ໄດ້ອອກສຽງບໍ່ເຂົ້າຮ່ວມ, ຫຼື ເຂົ້າຮ່ວມຢູ່ໃນລະດັບຕ່ຳສຸດ, ໄປພ້ອມກັບເງື່ອນໄຂທີ່ວ່າ ຕ້ອງມີການຮັບປະກັນຄວາມໝັ້ນຄົງຈາກ ອາເມລິກາ, ສິ່ງທີ່ມາຮອດປະຈຸບັນ ເອີລົບ ຍັງບໍ່ທັນໂນ້ມນ້າວໃຈອຳນາດການປົກຄອງຂອງທ່ານ Donald Trump ໄດ້ເທື່ອ./.