• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອດີບີ ສະໜອງທຶນ 12 ລ້ານໂດລາ ເຂົ້າໃນວຽກງານສຸຂະພາບ


ພິ​ທີ​ລົງ​ນາມ​ລະ​ຫວ່າງ 2 ຝ່າຍ
(ພາບ: ADB.Org)
      ຕາມໜັງສືພິມ ວຽງ​ຈັນ​ໃໝ່, ທະນາຄານ​ ພັດທະນາ​ອາຊີ (ເອ​ດີ​ບີ) ຮ່ວມ​ກັບ​ລັດຖະບານ ແຫ່ງ ​ສປປ ລາວ ເຊັນ​ສັນຍາ​ທຶນ​ກູ້ຢືມ ແລະ ທຶນ​ຊວ່ຍ​ເຫຼືອ​ລ້າ ລວມ​ມູນ​ຄ່າ 12 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ສະໜັບສະໜູນ​ໂຄງການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ສຸຂະພາບ​ໃນ ​ສປປ ລາວ ແລະ ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ທຶນ​ດັ່ງກ່າວ ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ເພື່ອຍົກ​ລະດັບ​ການ​ຄວບ​ຄຸມພະ​ຍາດ​ຊຶມ​ເຊື້ອ​ທີ່​ເກີດ​ຂຶ້ນ​ໃໝ່ ເປັນຕົ້ນ​ ພະຍາດ​ອັກເສບ​ລະບົບ​ຫາຍໃຈ​ຮຸນແຮງ ຫຼື ພະຍາດ​ຊາ ແລະ ໄຂ້​ຫວັດ​ສັດ​ປີກ ພ້ອມ​ທັງ​ປັບປຸງ​ການ​ບໍລິການ​ຂອງ​ບັນດາ​ໂຮງໝໍ​ຕ່າງໆ​ໃນ 12 ແຂວງ ໃນ​ຂອບ​ເຂດ​ທົ່ວ​ປະເທດ ແລະ ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ລັດຖະບານ​ແຫ່ງ ​ສປປ ລາວ ຈະ​ປະກອບສ່ວນ​ທຶນ​ສົມທົບ ມູນ​ຄ່າ 600.000 ໂດ​ລາ​ສະຫະລັດ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ ເຊິ່ງ​ຈັດ​ຕັ້ງ​ປະຕິບັດໂດຍກະຊວງ​ສາທາລະນະ​ສຸກ ເປັນ​ເວລາ 5 ປີ ແລະ ຄາດ​ວ່າ​ຈະ​ສຳເລັດ​ພາຍ​ໃນ​ປີ 2022.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top