• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດ ຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດລາວ


ທ່ານບຸນຍັງ ວໍລະຈິດ ຕ້ອນຮັບທ່ານ​ ຫງວຽນ​ບາ​ຫຸ່ງ 
ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ຂອງ ຫວຽດນາມ

      ວັນທີ 28 ທັນວາ 2016 ຢູ່ສຳນັກງານປະທານປະເທດ ລາວ, ທ່ານບຸນຍັງ ວໍລະຈິດ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ​ ຫງວຽນ​ບາ​ຫຸ່ງ ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ຂອງ ຫວຽດນາມ ປະຈຳສປປ ລາວ. ທີ່​ການຕ້ອນຮັບ ທ່ານ ຫງວຽນບາຫຸ່ງ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນຍັງ ວໍລະຈິດ ​ໄດ້​ຢືນຢັນ​ວ່າ:  ສອງປະເທດ ລາວ - ຫວຽດນາມ ມີສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ​ແບບພິເສດ ແລະ ການຮ່ວມມືຮອບດ້ານ, ເປັນຮູບ ການພົວພັນ ເປັນແບບໜຶ່ງດຽວໃນໂລກ, ສອງປະເທດ ມີການພົວພັນດ້ານການເມືອງ ທີ່ດີເລີດໃນທຸກລະ ດັບ ໂດຍສະເພາະ ໃນປີ 2017 ຈະມີການສະເຫລີມສະຫລອງ ສອງວັນປະຫວັດສາດ ຄື 55 ປີ ວັນ ສ້າງຕັ້ງສາຍພົວພັນການທູດ ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ​ແລະ ການ​ຮ່ວມ​ມື ເຊິ່ງສອງປະເທດ ຈະມີຫລາຍ ກິດຈະກຳໃນການ ສະເຫລີມສະຫລອງ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນຍັງ ວໍລະຈິດ ​ເຊື່ອ​ໝັ້ນ​ວ່າ ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນບາຫຸ່ງ ຈະ​ປະກອບສ່ວນ​ສຳຄັນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ; ທ່ານ​ເນັ້ນ​ໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ລາວ ຫວັງ​ວ່າ​ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ໝັ້ນຄົງ​ຂະ​ໜົງ​ແກ່ນ​ຈົນ​ຊົ່ວ​ກາລະ​ນານ
        ສ່ວນ​ທ່ານ ​ເອກ​ອັກຄະ​ລັດຖະທູດ ຫງວຽນບາຫຸ່ງ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົ​ນ ລາວ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ, ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້ການ​ພົວພັນ​ນີ້ ນັບ​ມື້​ນັບ​ ມີ​ປະສິດທິ​ຜົນ ​ແລະ ​​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top