• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາບັນ​ຫາ​ຈຸດ​ສຸມ, ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ ອາ​ຊຽນ​ໃນ​ປີ 2023

ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ຢັ້ງຢືນວ່າ: ຫວຽດນາມ ຈະເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ຕໍ່ການປຶກສາຫາລືບັນດາມາດຕະການຍົກສູງກຳລັງຄວາມສາມາດດ້ານລະບອບລະບຽບການຂອງ ອາຊຽນ
  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ Enrique A. Manalo (ພາບ: TTXVN)  
ວັນທີ 3 ກຸມພາ, ຢູ່ສຳນັກງານຄະນະເລຂາທິການ ອາຊຽນ ຢູ່ນະຄອນຫຼວງ ຈາກາ ຕາ, ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 32 (ACC-32). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບອິນໂດເນເຊຍເພື່ອປະຕິບັດຄວາມຮັບຜິດຊອບສຳຄັນເມື່ອດຳລົງຕຳແໜ່ງເປັນປະທານອາຊຽນ 2023… ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ຢັ້ງຢືນວ່າ: ຫວຽດນາມ ຈະເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ຕໍ່ການປຶກສາຫາລືບັນດາມາດຕະການຍົກສູງກຳລັງຄວາມສາມາດດ້ານລະບອບລະບຽບການຂອງ ອາຊຽນ  ແລະ ເນັ້ນໜັ້ກວ່າ ນີ້ແມ່ນປັດໄຈສຳຄັນເພື່ອຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການຮັບມືຂອງອາຊຽນຕໍ່ ການຜັນແປທີ່ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຢູ່ພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top