• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດລອບສັງຫານນາຍົກລັດຖະມົນຕີ ສະໂລວາກີ: ສຸຂະພາບຂອງທ່ານນາຍົກລັດຖະມົນຕີ Robert Fico ພວມຄ່ອຍໆດີຂຶ້ນ

ສຸຂະພາບຂອງທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມຄ່ອຍໆດີຂຶ້ນ. ປະຈຸບັນ, ທ່ານພວມຢູ່ໃນໄລຍະຟື້ນຕົວ ພາຍຫຼັງເຫດລອບສັງຫານໃນອາທິດກ່ອນ.
ໂຮງໝໍບ່ອນທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມປິ່ນປົວ (ພາບ:AFP/TTXVN)

ວັນທີ 20 ພຶດສະພາ, ບັນດາທ່ານໝໍໃຫ້ຮູ້ວ່າ: ສຸຂະພາບຂອງທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມຄ່ອຍໆດີຂຶ້ນ. ປະຈຸບັນ, ທ່ານພວມຢູ່ໃນໄລຍະຟື້ນຕົວ ພາຍຫຼັງເຫດລອບສັງຫານໃນອາທິດກ່ອນ.

ທີ່ຖະແຫຼງການໃນສື່ສັງຄົມ Facebook, ໂຮງໝໍຢູ່ນະຄອນ Banska Bystrica, ທາງພາກກາງຂອງ ສະໂລວາກີ ຢັ້ງຢືນວ່າ ອາການສຸຂະພາບຂອງທ່ານ Fico ພວມຄ່ອຍໆເປັນປົກກະຕິ, ມີການຟື້ນຕົວດີ.

ທ່ານ Fico, ອາຍຸ 59 ປີ, ເຂົ້າໂຮງໝໍໃນວັນທີ 15 ພຶດສະພາ ຜ່ານມາຍ້ອນຖືກຍິງຫຼາຍນັດໃນເວລາພວມດຳເນີນການພົບປະແລກປ່ຽນກັບຜູ້ສະໜັບສະໜູນຢູ່ເທດສະບານ Handlova, ທາງພາກກາງ ສະໂລວາກີ. ທ່ານຖືກຍິງ 4 ນັດ. ຜູ້ຖືກສົງໄສແມ່ນ Juraj Cintula, ອາຍຸ 71 ປີ, ໄດ້ຖືກຈັບໃນທັນທີ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top